ປິດກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VII ສ່ວນປະຊາຊົນຮຽກຮ້ອງລັດແກ້ໄຂຫລາຍບັນຫາ
ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VII ຫລັງໄດ້ດຳເນີນ ມາແຕ່ວັນທີ 20 ມິຖຸນາ 2012 ກໍ່ໄດ້ປິດລົງຢ່າງເປັນທາງການດ້ວຍຜົນສຳເລັດອັນຈົບງາມ ພ້ອມຮັບຮອງຫລາຍບັນຫາທີ່ສຳຄັນຂອງຊາດ ເມື່ອວັນທີ 13 ກໍລະກົດຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເປັນກຽດເຂົ້າຮ່ວມມີ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນແຫ່ງ ສປປ ລາວ, ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ, ບັນດາສະມາຊິກສະພາແຫ່ງຊາດ, ແລະ ຄະນະລັດຖະບານ.
ການຈັດຕັ້ງກົນໄກບໍລິຫານລັດຜ່ານປະຕູດຽວຍັງຊັກຊ້າສ້າງຄວາມ ຫຍຸ້ງຍາກແກ່ປະຊາຊົນ, ການປົກປັກຮັກສາສີ່ງແວດລ້ອມໃນບາງໂຄງການຂຸດຄົ້ນບໍ່ແຮ່, ຂຸດຄົ້ນໄມ້, ຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ສວຍໂອກາດສໍ້ລາດບັງຫລວງ, ຢາເສບຕິດ ແລະ ປາກົດການຫຍໍ້ທໍ້ໃນສັງຄົມ ໂດຍບັນຫາເຫລົ່ານີ້ປະຈຸບັນປະຊາຊົນຈັດເລ່ງທວງໃນວາລະປະຊຸມ ສະພາໃຫ້ລັດຖະບານມີວິທີແກ້ໄຂຢ່າງຕັ້ງຫນ້າ ພ້ອມຫັນປ່ຽນໄປໃນທາງທີ່ຈະແຈ້ງຂຶ້ນກວ່າເກົ່າ.
ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດກ່າວສູນທອນພົດໃນພິທີປິດກອງປະຊຸມດັ່ງກ່າວ ວ່າ: ຕະຫລອດວາລະຂອງການດຳເນີນກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດຊຸດທີ VII ກອງປະຊຸມໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມສົກ 2011-2012, ແຜນງົບປະມານແຫ່ງລັດ 8 ເດືອນ ແລະ ທິດທາງແຜນການສົກປີ 2012-2013.
ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ: ກອງປະຊຸມສະແດງຄວາມເປັນເອກະພາບຕໍ່ບົດລາຍງານຂອງລັດຖະບານ ແລະ ຊົມເຊີຍລັດຖະບານ, ອຳນາດການປົກຄອງທ້ອງຖີ່ນທຸກຂັ້ນທີ່ມີ ຄວາມພະຍາຍາມຊີ້ນນຳໆພາ ການຈັດຕັ້ງປະຕິບັດບັນດາຄາດຫມາຍທີ່ວາງໄວ້ໃນແຜນການອັນໄດ້ເຮັດ ໃຫ້ການຄຸ້ມຄອງລັດ, ເສດຖະກິດສັງຄົມດີຂຶ້ນ ລວມທັງເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ສັງຄົມມີຄວາມເປັນລະບຽບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງທີ່ດີຂຶ້ນ.
ຢ່າງໃດກໍ່ຕາມ ເຖິງແມ່ນວ່າການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ກໍ່ຄືອຳນາດການປົກຄອງທ້ອງຖີ່ນຈະມີຜົນສຳເລັດ ແຕ່ທີ່ປະຊຸມໄດ້ສະເຫນີໃຫ້ລັດຖະບານເອົາໃຈໃສ່ແກ້ໄຂບັນຫາຄວາມ ເຄັ່ງຮ້ອນທີ່ສັງຄົມເປັນຫ່ວງໃນປະຈຸບັນ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍກົນໄກບໍລິຫານລັດຜ່ານປະຕູ ດຽວຍັງຊັກຊ້າໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາ ຊົນ, ການປົກປັກຮັກສາສີ່ງແວດ ລ້ອມໃນບາງຂຸດຄົ້ນບໍ່ແຮ່, ການຂຸດຄົ້ນໄມ້, ຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ສວຍໂອກາດສໍ້ລາດບັງຫລວງ, ຢາເສບຕິດ ແລະ ປາກົດການຫຍໍ້ທໍ້ທາງສັງຄົມ ເຊິ່ງບັນຫາເຫລົ່ານີ້ ປະຊາຊົນພວມເລັ່ງ ທວງໃຫ້ລັດມີການແກ້ໄຂອັນຕັ້ງຫນ້າ ແລະ ເຮັດໃຫ້ມີຜົນຈະແຈ້ງກວ່າເກົ່າ.
ຄຽງຄູ່ກັນນັ້ນ ກອງປະຊຸມຍັງໄດ້ສະເຫນີໃຫ້ລັດເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດ ບັນດາຄາດຫມາຍໃນດ້ານເສດຖະກິດສັງຄົມ ກໍ່ຄືຄາດຫມາຍທາງດ້ານງົບປະມານແຫ່ງລັດໃນທ້າຍປີ 2012 ຫລື ສົກ 20122013 ໂດຍໃຫ້ຖືແຜນດັ່ງກ່າວເປັນແຜນບຸກທະລຸ ເພື່ອແນໃສ່ຮັບປະກັນເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫມັ້ນທ່ຽງ, ບັນລຸເປົ້າຫມາຍສະຫວັດດ້ານພັດທະນາ, ຮັບປະກັນການນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ເກີດຜົນປະໂຫຍດສູງສຸດໄປຄຽງຄູ່ກັບການປົກປັກຮັກສາສີ່ງແວດ ໄດ້ດີ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນກ້າວ ເພື່ອສ້າງເງື່ອນໄຂສືບຕໍ່ນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະ ພາບຂອງປະເທດດ້ອຍພັດທະນາໃນປີ 2020 ລວມເຖິງເປັນເຈົ້າໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.
ກອງປະຊຸມຍັງໄດ້ພິຈາລະນາ ແລະ ຮັບຮອງເອົາກົດຫມາຍ ຈຳນວນ 7 ສະບັບໃນນີ້ກົດ ຫມາຍໃຫມ່ 2 ສະບັບຄື: ກົດຫມາຍ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ແລະ ກົດຫມາຍວ່າດ້ວຍການສ້າງນິຕິກຳ ພ້ອມປັບປຸງບາງມາດຕາຂອງກົດຫມາຍທີ່ໃຊ້ແລ້ວປະກອບມີກົດຫມາຍ ວ່າດ້ວຍຊັບສິນຂອງລັດ, ການດຳເນີນຄະດີອາຍາ, ດຳເນີນຄະດີແພ່ງ, ການກິລາກາຍຍະກຳ ແລະ ກົດຫມາຍວ່າດ້ວຍການກວດສອບແຫ່ງລັດ.
ຄຽງຄູ່ກັນນັ້ນ ທີ່ປະຊຸມຍັງຊົມເຊີຍຕໍ່ອົງການກວດສອບສອບແຫ່ງລັດທີ່ໄດ້ມີຄວາມ ພະຍາຍາມປັບປຸງກົງຈັກການຈັດຕັ້ງ ລວມທັງການປະຕິບັດຫນ້າທີ່ ແລະ ພາລະບົດບາດຂອງຕົນໃນໄລຍະ 5 ປີຜ່ານມາ ຂະນະທີ່ໄດ້ເລືອກຕັ້ງເອົາ ທ່ານ ດຣ. ນາງ ວຽງທອງ ສີພັນດອນ ເປັນປະທານອົງການກວດສອບສູນກາງຜູ້ໃຫມ່ ໂດຍເຊື່ອວ່າ ປະທານອົງການກວດສອບສູນກາງຜູ້ໃຫມ່ນີ້ ຈະສືບຕໍ່ຊີ້ນຳນຳພາວຽກງານກວດສອບໄປສູ່ຄຸນນະພາບໃຫມ່ ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດທາງດ້ານງົບປະມານເຂົ້າໃນການພັດ ທະນາເສດຖະກິດສັງຄົມມີປະສິດທິຜົນສູງຂຶ້ນ.
ນອກຈາກນັ້ນ ຍັງຮັບຟັງການລາຍງານວຽກງານຂົງເຂດຍຸຕິທຳໃນຫນື່ງປີຜ່ານມາຈາກ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳພະນະທ່ານ ນາງ ປານີ ຢາທໍ່ຕູ້ ກ່າວ.