ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> 2011-2015 ​ຂະ​ແໜງ​ແຜນການ ແລະ ການລົງທຶນຈະ​ສູ​ຊົນດຶງ​ດູດ​ການ​ລົງທຶນ​ໃຫ້​ໄດ້ 1,7 ຕື້​ໂດ​ລາ​ຕໍ່​ປີ
2011-2015 ​ຂະ​ແໜງ​ແຜນການ ແລະ ການລົງທຶນຈະ​ສູ​ຊົນດຶງ​ດູດ​ການ​ລົງທຶນ​ໃຫ້​ໄດ້ 1,7 ຕື້​ໂດ​ລາ​ຕໍ່​ປີ
Time:21/05/2012 09:07
2011-2015 ​ຂະ​ແໜງ​ແຜນການ ແລະ ການລົງທຶນຈະ​ສູ​ຊົນດຶງ​ດູດ​ການ​ລົງທຶນ​ໃຫ້​ໄດ້ 1,7 ຕື້​ໂດ​ລາ​ຕໍ່​ປີ

 ເພື່ອ​ໃຫ້​ບັນລຸ​ຕາມ​​ແຜນ​ພັດທະນາ​ເສດຖະກິດ 5 ປີ​ຄັ້ງທີ VII 2011​-2015 ຂອງ​ພັກ​ວາງ​ອອກ​ຖືກ​ຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ,​ ແນ​ໃສ່​ຮັບ ປະກັນ​ໃຫ້​ອັດຕາການ​ເຕີບ​ໂຕ​ຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ GDP ເພີ່ມ​ຂຶ້ນສະ​ເລ່ຍບໍ່​ຫລຸດ 8 %ຕໍ່​ປີ, ​ໃນ​ນີ້ຂະ​ແໜງ​ກະສິກໍ​າປ່າ​ໄມ້​ເພີ່ມ​ຂຶ້ນປະມານ 3,5% ກວມ​ປະມານ 23%, ອຸດ​ສະຫະ​ກຳ​ເພີ່ມ​ຂຶ້ນ 15% ກວມ​ປະມານ 39% ​ແລະ ການ​ບໍລິການ​ເພີ່ມ​ຂຶ້ນປະມານ 6,5% ກວມ​ປະມານ 38%, ຢາກ​ບັນລຸ​ ໄດ້​ຕາມ​ຕົວ​ເລກ​ດັ່ງກ່າວ​ຕ້ອງ​ພ້ອມ​ກັນ​ປະຕິບັດ​ລະດົມ​ທຶນ​ທົ່ວ​ສັງຄົມ​ກວມ ​ປະມານ 32% ຫລື ປະມານ 127 ພັນຕື້ກີບ, ​ໃນ​ນັ້ນການ​ລົງທຶນ​ພາກ​ເອກະ​ຊົນ ​ຕ້ອງ​ໃຫ້​ໄດ້ 50-56%ຊຶ່ງ​ໂດຍ​ສະ​ເລ່ຍ​ແມ່ນ​ຕ້ອງ​ດຶງ​ດູດ​ໃຫ້​ໄດ້​ 1,7 ຕື້​ໂດ​ລາ​ສະຫະລັດ​ຕໍ່​ປີ, ຕາມ​ແຜນການ 5 ປີ​ຄັ້ງນີ້​ແມ່ນ​ໄດ້​ເນັ້ນການ​ດຶງ​ດູດ​ແຫ​ລ່ງທຶນ​ຈາກ​ ພາກ​ເອກະ​ຊົນ​ໃຫ້​ສູງ​ຂຶ້ນ, ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ໃຫ້​ຫລາຍ​ ຂຶ້ນບົນ​ພື້ນຖານ​ຄວາມ​ເປັນເອກະ​ພາບ ​ແລະ ຄວາມ​ເປັນ​ເຈົ້າ​ ການ​ຂອງ​ຂະ​ແໜງ​ການ​ທັງ​ຂັ້ນສູນ​ກາງ ​ແລະ ທອ້ງຖິ່ນ​ໃນ​ການ​ຊ່ວຍ​ກັນ​ລະດົມ​ທຶນ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ​ໂດຍ​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຫລາຍ​ຂຶ້ນຊຶ່ງ​ຂະ​ແໜງ​ແຜນການ ແລະ ການ​ລົງທຶນ​ຍັງ​ສືບຕໍ່​ເປັນ​ເຈົ້າ​ການ​ສະຫລຸບ​, ຕິດຕາມ ​ແລະ ສືບຕໍ່​ວາງ​ທິດ​ທາງ​ໃນ​ຂັ້ນຕໍ່​ໄປ

​ໄປ​ພ້ອມໆ​ກັນນັ້ນ​ຕ້ອງ​ເພີ່ມ​ທະວີ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ ໃນ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ​ໃຫ້​ດີ​ຂຶ້ນ, ຮີບ​ຮ້ອນກຳນົດ​ຍຸດ​ທະ​ສາດ​ໃນ​ການ​ດຶງ​ດູດ​ການ​ລົງ ທຶນ​ໃສ່​ແຕ່ລະ​ຂະ​ແໜງ​ການ​ໃຫ້​ມີ​ຄວາມ​ຊັດ​ເຈນ​ໃນ​ແຕ່ລະ​ໄລຍະ, ຕ້ອງ​ປະຊຸມ​ເຜີຍ​ແຜ່ ແລະ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ລົງທຶນ​ທົ່ວ​ປະ​ເທດ​ໃຫ້​ເປັນ​ປົກກະຕິ​ ເພື່ອ​ສະທ້ອນ​ໃຫ້​ເຫັນ​ສະພາບ ​ແລະ ການ​ປະຕິບັດ​ຕົວ​ຈິງ​ເພື່ອ​ມີ​ມາດ​ຕະການ​ແກ້​ໄຂ​ຊ່ວຍ​ຜູ້​ລົງທຶນ ແລະ ພາກ​ລັດ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ ​ແລະ ກະຕຸກ​ຊຸກຍູ້​ໃຫ້​ແຕ່​ລະ​ພາກ​ສ່ວນ ປັບປຸງ​ຂອດ​ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ໂດຍ​ສະ​ເພາະ​ແມ່ນ​ການ​ບຸກທະລຸ​ໃນ​ດ້ານ​ການ​ແກ້​ໄຂ​ລະບອບ​ລະບຽບ ​ການ​ບໍລິຫານ​ຄຸ້ມ​ຄອງ​ລັດ​ ເຮົາ​ທີ່​ຍັງ​ກົດ​ໜ່ວງ​ອຸດ​ຕັນ​ການ​ຜະລິດ​ທຸລະ​ກິດ ​ແລະ ການ​ບໍລິການ​ໃຫ້​ຕົກ​ໄປ​ຢ່າງ​ຂາດ​ຕົວ, ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ ​ທີ່​ເອື້ອອຳນວຍ​ໃຫ້​ບັນດາ​ພາກສ່ວນ​ເສດຖະກິດ​ ສາມາດ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະ ຫລາດ​ຢ່າງ​ຄ່ອງ​ຕົວ​ໂດຍ​ການ​ເອົາ​ໃຈໃສ່​ປັບປຸງ​ກົນ​ໄກ​ບໍລິການ​ ການ​ລົງທຶນ​ປະຕູ​ດຽວ​ໃຫ້​ມີ​ປະສິດທິ​ຜົນ​ຍິ່ງ​ຂຶ້ນ./
ຂ່າວຈາກ:   www.kplnet.net