ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ສະຫຼອງວັນສ້າງຕັ້ງ ກຳລັງປ້ອງກັນຄວາມ ສະຫງົບ 50 ປີ
ສະຫຼອງວັນສ້າງຕັ້ງ ກຳລັງປ້ອງກັນຄວາມ
ສະຫງົບ 50 ປີ
Time:06/04/2011 09:00

ສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 50 ປີ

ພິ­ທີ​ໂຮມ​ຊຸມ­ນຸມ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ກຳ­ລັງ​ປ້ອງ​ກັນ​ຄວາມ​ ສະ­ຫງົບ (ປກສ) ຄົບ­ຮອບ 50 ປີ (5/4/1961-5/4/2011) ໄດ້​ຈັດ​ຂຶ້ນ​ຕອນ​ເຊົ້າ​ວັນ​ທີ 5 ເມ­ສາ 2011 ທີ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ເລ­ຂາ­ທິ­ການ​ໃຫຍ່ ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ປະ­ທານ​ປະ­ເທດ ແຫ່ງ ສປປ ລາວ ບັນ­ດາ​ທ່ານ​ກົມ​ການ­ເມືອງ​ສູນ​ກາງ​ພັກ ຄະ­ນະ​ເລ­ຂາ­ທິ­ການ ກຳ­ມະ­ການ​ສູນ​ກາງ​ພັກ ລັດ­ຖະ­ມົນ­ຕີ​ວ່າ­ການ ຊ່ວຍ​ວ່າ­ການ ທ່ານ​ພົນ​ເອກ ເລ​ຮົ່ງ ແອັງ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຕຳ­ຫຼວດ ແຫ່ງ ສ.ສ ຫວຽດ­ນາມ ພ້ອມ​ຄະ­ນະ​ບັນ­ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ­ເທດ​ເພື່ອນ​ມິດ ປະ­ຈຳ ສປປ ລາວ ຄະ­ນະ​ພັກ ຄະ­ນະ​ກະ­ຊວງ ປກສ ພະ­ນັກ­ງານ​ອາ­ວຸ­ໂສ ບຳ­ນານ ສະ­ມາ­ຊິກ​ພັກ ຄະ­ນະ​ພັກ ຄະ­ນະ​ນຳ​ນະ­ຄອນ­ຫຼວງ ບັນ­ດາ​ນາຍ ແລະ ພົນ​ຕຳ­ຫຼວດ.

ໃນ​ພິ­ທີ​ທ່ານ ດຣ.ທອງ​ບັນ ແສງ​ອາ­ພອນ ເລ­ຂາ­ທິ­ການ​ສູນ​ກາງ​ພັກ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້​ຂຶ້ນ​ກ່າວ​ປາ​ໃສ ເຊິ່ງ​ທ່ານ​ໄດ້​ກ່າວ​ວ່າ: ວັນ​ທີ 5 ເມ­ສາ ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ​ທີ່​ສຸດ​ສຳ­ລັບ​ສະ­ມາ­ຊິກ​ພັກ ພະ­ນັກ­ງານ​ນັກ­ຮົບ​ໃນ​ກຳ­ລັງ​ປະ­ກອບ​ອາ­ວຸດ ໂດຍ​ສະ­ເພາະ​ກຳ­ລັງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໃນ​ທົ່ວ​ປະ­ເທດ ເພາະ­ວ່າ​ກຳ­ລັງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ເປັນ​ກຳ­ລັງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ຂອງ​ພັກ ເປັນ​ກຳ­ລັງ​ທີ່​ຮັບ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ພາຍ​ໃນ ຂອງ​ຊາດ ສະ­ກັດ​ກັ້ນ ຕ້ານ​ທຸກ​ເລ່​ລ່ຽມ​ກົນ­ອຸ­ບາຍ​ຫວັງ​ທຳ­ລາຍ​ມ້າງ­ເພ​ແບ່ງ​ແຍກ ສ້າງ​ຄວາມ​ປັ່ນ​ປ່ວນ​ກໍ່​ຄວາມ​ບໍ່​ສະ­ຫງົບ ຕ້ານ​ການ​ກໍ່​ອາດ­ຊະ­ຍາ​ກຳ ແລະ ຮັກ­ສາ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ ນັບ​ແຕ່​ມື້​ສ້າງ­ຕັ້ງ​ຂຶ້ນ​ມາ ໄດ້​ປະ­ກອບ­ສ່ວນ​ອັນ​ໃຫຍ່​ຫຼວງ​ໃນ​ພາ­ລະ­ກິດ​ປົດ​ປ່ອຍ​ຊາດ ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ ເປັນ​ກຳ­ລັງ​ປະ­ຈັນ­ບານ​ປະ​ເຊີນ​ໜ້າ​ໂດຍ​ກົງ​ກັບ​ອິດ​ທິ​ກຳ­ລັງ​ປໍ​ລະ​ປັກ ເປັນ​ກຳ­ລັງ​ທີ່​ມີ​ມູນ­ເຊື້ອ​ກໍ່­ສ້າງ​ຮາກ​ຖານ​ການ­ເມືອງ​ໃກ້­ຊິດ­ຕິດ­ແທດ​ ກັບ​ປະ­ຊາ­ຊົນ ປ້ອງ​ກັນ​ຜູ້­ນຳ​ພັກ-ລັດ​ຢ່າງ​ເດັດ­ດ່ຽວ.

ຕະ­ຫຼອດ​ໄລ­ຍະ 50 ປີ­ຜ່ານ­ມາ ກຳ­ລັງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ ແລະ ມີ​ຜົນ­ງານ​ອັນ​ພົ່ນ​ເດັ່ນ​ຫຼາຍ​ດ້ານ ແລະ ຕໍ່​ຜົນ­ງານ​ດັ່ງ­ກ່າວ​ຈຶ່ງ​ໄດ້​ຮັບ​ການ​ຍ້ອງ­ຍໍ​ສັນ­ລະ­ເສີນ​ຢ່າງ​ສົມ​ກຽດ​ ຈາກ​ພັກ-ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ສົມ​ກັບ​ເປັນ​ກຳ­ລັງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ມາ​ຈາກ​ປະ­ຊາ­ຊົນ ໂດຍ​ປະ­ຊາ­ຊົນ ແລະ ເພື່ອ​ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ ແລະ ຜົນ­ງານ​ທີ່​ກຳ­ລັງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ຍາດ​ມາ​ໄດ້ ທັງ​ເຮັດ​ໃຫ້​ກຳ­ລັງ​ເຕີບ​ໃຫຍ່​ເຂັ້ມ­ແຂງ​ຂຶ້ນ​ເປັນ​ກ້າວໆ​ມາ ນັ້ນ​ແມ່ນ​ຍ້ອນ​ມີ​ການ​ຊີ້​ນຳ-ນຳ­ພາ​ເດັດ­ຂາດ​ໂດຍ​ກົງ​ຮອບ­ດ້ານ​ຂອງ​ພັກ ອັນ​ມີ​ກົມ​ການ­ເມືອງ​ສູນ​ກາງ​ພັກ ຄະ­ນະ​ພັກ​ແຕ່​ລະ​ຂັ້ນ​ທີ່​ໄດ້​ເອົາ­ໃຈ­ໃສ່​ຢ່າງ​ຈົດ​ຈໍ ສຶກ​ສາ​ອົບ­ຮົມ​ບົ່ມ​ສອນ​ພະ­ນັກ­ງານ-ນັກ­ຮົບ​ຂອງ​ພວກ​ເຮົາ ຍ້ອນ​ຄວາມ​ເອົາ­ໃຈ­ໃສ່​ກໍ່­ສ້າງ​ຖະ­ໜອມ​ຫອມ​ຮັກ​ຂອງ​ປະ­ຊາ­ຊົນ​ລາວ​ ບັນ­ດາ­ເຜົ່າ.

ຈາກ​ນັ້ນ​ເວ­ລາ​ຕໍ່​ມາ ກໍ​ໄດ້​ມີ​ພິ­ທີ​ປະ­ດັບ​ຫຼຽນ​ຄຳ​ແຫ່ງ​ຊາດ ເຊິ່ງ​ເປັນ​ຫຼຽນ​ສູງ​ສຸດ​ຂອງ ສປປ ລາວ ໃຫ້​ແກ່​ກຳ­ລັງ ປກສ ໃຫ້​ກຽດ​ປະ­ດັບ​ໂດຍ​ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ແລະ ທ່ານ​ພົນ​ເອກ ເລ​ຮົ່ງ ແອັງ ຕາງ­ໜ້າ​ໃຫ້​ພັກ-ລັດ­ຖະ­ບານ​ຫວຽດ­ນາມ ກໍ​ຍັງ​ໄດ້​ປະ­ດັບ​ຫຼຽນ​ໄຊ​ດາວ​ຄຳ ເຊິ່ງ​ເປັນ​ຫຼຽນ​ສູງ​ສຸດ​ຂອງ ສ.ສ ຫວຽດ­ນາມ ໃຫ້​ແກ່​ກຳ­ລັງ ປກສ ຕື່ມ​ອີກ.

ຕອນ​ທ້າຍ​ພິ­ທີ ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ຍັງ​ໄດ້​ໃຫ້​ກຽດ​ຂຶ້ນ​ກ່າວ​ສູນ​ທອນ​ພົດ ເຊິ່ງ​ກ່ອນ​ອື່ນ​ທ່ານ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຜົນ­ງານ​ອັນ​ໃຫຍ່​ຫຼວງ​ ທີ່​ກຳ­ລັງ ປກສ ຍາດ​ມາ​ໄດ້​ຕະ­ຫຼອດ​ໄລ­ຍະ 50 ປີ­ຜ່ານ­ມາ ພ້ອມ​ນີ້​ທ່ານ​ຍັງ​ໄດ້​ເນັ້ນ​ບາງ​ບັນ­ຫາ​ສຳ­ຄັນ​ຈຳ­ນວນ​ໜຶ່ງ ເພື່ອ​ເປັນ​ເຂັມ­ທິດ​ເຍືອງ​ທາງ​ໃຫ້​ຄະ­ນະ​ພັກ ຄະ­ນະ​ບັນ­ຊາ​ກຳ­ລັງ ປກສ ເພື່ອ​ຈະ​ໄດ້​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ຊຸມ​ປີ​ຕໍ່­ໜ້າ ເຮັດ​ໃຫ້​ກຳ­ລັງ ປກສ ຂອງ​ພວກ​ເຮົາ ນັບ​ມື້​ເຕີບ​ໃຫຍ່ ທັງ​ທາງ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ ກາຍ­ເປັນ​ກຳ­ລັງ​ປະ­ກອບ​ອາ­ວຸດ​ປະ­ຕິ­ວັດ​ທີ່​ມີ​ຫຼາຍ​ກົມ​ກອງ ຫຼາຍ​ເຫຼົ່າ​ຮົບ​ວິ­ຊາ​ສະ­ເພາະ​ທີ່​ເຂັ້ມ­ແຂງ ເຮັດ​ຫຼ້ອນ​ໜ້າ­ທີ່​ອັນ​ມີ​ກຽດ​ສະ­ຫງ່າ​ຂອງ​ຕົນ ໃນ​ການ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ປອດ​ໄພ​ຢ່າງ​ເຕັມ​ສ່ວນ ແລະ ເພື່ອ​ຄວາມ​ສົມ­ບູນ​ພູນ​ສຸກ​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ.

ຂ່າວຈາກ:   ນ.ສ.ພ ວຽງຈັນໃຫມ່