ທ່ານ ທອງສິງ ທຳມະວົງ ຕ້ອນຮັບຄະນະຜູ້ແທນ ສ. ມຽນມາ
|
| Time:14/01/2011 09:00 |
|
ໃນວັນທີ 12 ມັງກອນ 2011 ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້
ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນ ສ.ມຽນມາ ນຳໂດຍທ່ານ ຢ່ຽນວິນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ແຫ່ງສະຫະພາບ ມຽນມາ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງ ມາຮ່ວມກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການຮ່ວມ ວ່າດ້ວຍ
ການຮ່ວມມືສອງຝ່າຍລາວ - ມຽນມາ ຊຶ່ງທ່ານໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກທ່ານນາຍົກລັດຖະມົນຕີ ທຽນ ເຊັນ ມາຍັງທ່ານ
ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ທ່ານລັດຖະມົນຕີຕ່າງປະເທດມຽນມາ ທັງໄດ້ລາຍງານໃຫ້ທ່ານ ທອງສິງ ທຳມະວົງ ຊາບກ່ຽວ
ກັບກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ ທີ່ຈັດຂຶ້ນຢູ່ເມືອງປາກເຊ ນັ້ນວ່າ:
ກອງປະຊຸມໄດ້ທົບທວນຄືນການຮ່ວມມືສອງຝ່າຍ ໃນໄລຍະທີ່ຜ່ານມາ ແລະ ວາງທິດທາງໃຫ້ແກ່ການຊຸກຍູ້ສົ່ງເສີມການພົວພັນຮ່ວມ
ມືສອງຝ່າຍໃນຕໍ່ຫນ້າ, ເຊິ່ງກອງປະຊຸມດັ່ງກ່າວໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.
ພ້ອມນັ້ນ, ທ່ານລັດຖະມົນຕີມຽນມາ ກໍ່ໄດ້ລາຍງານໃຫ້ທ່ານນາຍົກລັດຖະມົນຕີຊາບເຖິງສະພາບການພາຍໃນຂອງມຽນມາ, ໂດຍສະ
ເພາະແມ່ນຜົນສຳເລັດ ຂອງການເລືອກຕັ້ງທົ່ວໄປ ໃນວັນທີ 7 ພະຈິກ 2010 ທີ່ຜ່ານມາ, ການກະກຽມໃຫ້ແກ່ກອງປະຊຸມສະພາທີ່ຈະ
ຮັບຮອງເອົາຜົນຂອງການເລືອກຕັ້ງ ແລະ ກະກຽມໃຫ້ແກ່ການປະ ກອບຄະນະລັດຖະບານຊຸດໃຫມ່ ແລະ ຍັງໄດ້ແຈ້ງໃຫ້ຮູ້ ກ່ຽວກັບ
ຈຸດປະສົງ ຂອງລັດຖະບານ ມຽນມາ ທີ່ສະເຫນີຂໍປ່ຽນກັບ ສປປ ລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດ ອາຊຽນ ໃນປີ
2014 ແລະ ຂໍໃຫ້ການສະຫນັບສະຫນູນບັນຫາດັ່ງກ່າວ.
ໃນວັນດຽວກັນ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບອຳລາຂອງ ທ່ານ
ເກຢາເຣັກ ເບັນຈາມິນ ວິນລຽມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສິງກະໂປ ປະຈຳລາວ ແລະ ທ່ານນາງ ໂຊນາມ
ຢັງເຊນ ຣານາ ຜູ້ປະສານງານອົງການສປຊ ທັງເປັນຜູ້ຕາງຫນ້າອົງການສປຊ ເພື່ອການພັດທະນາປະຈຳລາວ ໃນໂອກາດທີ່ທັງສອງ
ທ່ານໄດ້ສຳເລັດຫນ້າທີ່ການເປັນທູດຢູ່ ສປປ ລາວ.
|
|
ຂ່າວຈາກ:
ນ.ສ.ພ ປະຊາຊົນ
|