ແຜນພັດທະນາເສດຖະກິດ- ສັງຄົມຄັ້ງໃຫມ່ ຍັງມີຫລາຍບັນຫາຕ້ອງປັບປຸງ
|
| Time:27/12/2010 08:00 |
ແຜນພັດທະນາເສດຖະກິດ-ສັງຄົມ 5 ຄັ້ງໃຫມ່ ທີ່ເປັນແຜນສືບຕໍ່ບຸກທະລຸ ໂດຍມີເປົ້າຫມາຍສ້າງເສດຖະກິດ ໃຫ້ຂະຫຍາຍຕົວ ໃນຈັງ
ຫວະໄວ, ທັງເຮັດໃຫ້ພື້ນຖານໂຄງລ່າງມີຄວາມໂລ່ງລ່ຽນ ເພື່ອນຳໄປສູ່ການບັນລຸເປົ້າຫມາຍສະຫັດສະວັດ ແລະ ຫລຸດພົ້ນອອກຈາກ
ຄວາມດ້ອຍພັດທະນາໃນຕໍ່ຫນ້ານັ້ນ ລັດຖະບານຊີ້ຍັງມີຫລາຍບັນຫາທີ່ຈະຕ້ອງໄດ້ລົງເລິກປັບປຸງແກ້ໄຂ.
ທ່ານ ດຣ. ສິນລະວົງ ຄຸດໄພທູນ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານ ຕໍ່ກອງປະຊຸມສະໄຫມສາ ມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VI ກ່ຽວກັບການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2011- 2015) ວ່າ: ບົດລາຍງານນີ້ຍັງຈະໄດ້ລົງເລິກ 3 ບັນຫາໃຫຍ່ເຊັ່ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI;ຮ່າງແຜນພັດທະນາຄັ້ງທີVII (2011-2015) ແລະບັນຫາທີ່ລັດຖະບານສະເຫນີ ເພື່ອຂໍຄວາມເຫັນຈາກສະພາແຫ່ງຊາດ ເຊິ່ງການຈັດ
ຕັ້ງປະຕິບັດ ແຜນພັດທະນາຄັ້ງຜ່ານມານີ້ ບັນລຸຄາດຫມາຍທີ່ກຳນົດໄວ້ ທັງໄດ້ສ້າງທ່ວງທ່າໃຫມ່ ໃນການກ້າວຂຶ້ນສູ່ ແຜນການຄັ້ງຕໍ່ໄປ
ສະແດງ ອອກທີ່ການເຕີບໂຕທາງເສດຖະກິດ ດ້ວຍອັດຕາສະເລ່ຍ 7,9% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 219.853 ຕື້
ກີບ, ໂຄງປະ ກອບເສດຖະກິດໄດ້ປ່ຽນຕາມທິດເຫັນເປັນອຸດສາຫະກຳ ແລະ ກົນໄກຕະຫລາດ.
ສຳລັບຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ແມ່ນແຜນຜັນຂະຫຍາຍມະຕິຂອງ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ,
ຍຸດທະສາດພັດທະນາເສດຖະກິດ-ສັງຄົມຮອດປີ 2020, ທັງເປັນແຜນສືບຕໍ່ບຸກທະລຸອີກສະໄຫມຫນຶ່ງເຊິ່ງມີເປົ້າຫມາຍໃຫ້ເສດຖະ
ກິດຂະຫຍາຍຕົວດ້ວຍຈັງຫວະໄວ,ສ້າງພື້ນຖານໂຄງລ່າງໃຫ້ໂລ່ງລ່ຽນ,ບັນລຸເປົ້າຫມາຍສະຫັດສະວັດດ້ານການພັດທະນາ(MDGs)
ແກ້ໄຂຄວາມຫຍຸ້ງຍາກດ້ານການເງິນທັງສ້າງຖານລາຍຮັບໃຫມ່,ການເຊື່ອມໂຍງເຂົ້າກັບສາກົນ, ບູລະນະກົນໄກການບໍລິຫານການ
ປົກຄອງ ໃຫ້ມີປະສິດທິຜົນ ແລະ ໂປ່ງໃສ. ໂດຍມີຄາດຫມາຍເຮັດໃຫ້ ອັດຕາການເຕີບໂຕຂອງ ຈີດີພີບັນລຸ 8% ຕໍ່ປີຂຶ້ນໄປ, ເຮັດໃຫ້
ການລົງທຶນກວມປະມານ 32% ຂອງລວມຍອດຜະລິດຕະພັນ,ລາຍຮັບງົບປະມານສະເລ່ຍໄດ້ 1921%, ອັດຕາເງິນເຟີ້ໃຫ້ຢູ່ໃນລະ
ດັບຕ່ຳກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ ແລະ ເຮັດໃຫ້ມູນຄ່າການສົ່ງອອກ-ນຳເຂົ້າເພີ່ມຂຶ້ນ,ເຊິ່ງມາຮອດປະຈຸບັນຮ່າງ
ແຜນພັດທະນາດັ່ງກ່າວ ໄດ້ສຳເລັດການປະກອບສ້າງເອກະສານ ທີ່ຈຳເປັນຕາມລະບຽບການຮ່າງແຜນ ພັດທະນາ ແຕ່ຍັງມີຫລາຍ
ບັນຫາທີ່ຫຍຸ້ງຍາກ.
ທ່ານກ່າວຕື່ມວ່າ: ບາງບັນຫາທີ່ລັດຖະບານສະເຫນີ ເພື່ອຂໍຄວາມເຫັນ ຈາກສະມາຊິກສະພາແຫ່ງຊາດ ແມ່ນມີຫລາຍເປັນຕົ້ນຂອບ
ມະຫາພາກຂອງ ແຜນພັດທະນາເສດຖະກິດ-ສັງຄົມ ເຊິ່ງລວມມີຄາດຫມາຍ ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ສິ່ງແວດລ້ອມ
ແລະການ ດຸ່ນດ່ຽງຕ່າງໆ;ພ້ອມການກຳນົດບູລິມະສິດໂຄງການລົງທຶນບັນຫາຄວາມຫຍຸ້ງຍາກກ່ຽວກັບການແກ້ໄຂຫນີ້ສິນຕ່າງໆ
ຂອງແຜນການເກົ່າ ແລະ ການແບ່ງຄວາມຮັບຜິດຊອບການປະຕິບັດໂຄງການລົງທຶນ.
|
|
ຂ່າວຈາກ:
ນ.ສ.ພ ປະຊາຊົນ ເສດຖະກິດ-ສັງຄົມ
|