ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ກົດຫມາຍ ວ່າດ້ວຍສະພາແຫ່ງຊາດ
ກົດຫມາຍ ວ່າດ້ວຍສະພາແຫ່ງຊາດ
Time:16/12/2010 08:00

   

ເພື່ອຮັບປະກັນໃຫ້ສະພາແຫ່ງຊາດໄດ້ເຄື່ອນໄຫວຢ່າງຄົບຖ້ວນ,ມີປະສິດທິຜົນຕາມພາລະບົດບາດຂອງຕົນ ສະນັ້ນ ກອງປະຊຸມສະພາ
ເທື່ອທີ
10 ຈິ່ງໄດ້ນຳກົດຫມາຍສະບັບ ວ່າດ້ວຍສະພາແຫ່ງຊາດສະເຫນີຕໍ່ທີ່ປະຊຸມ ເພື່ອປັບປຸງເນື້ອໃນຄືນໃຫມ່ໃນບາງມາດຕາແນໃສ່
ຍົກສູງສິດຫນ້າທີ່ຂອງສະພາແຫ່ງຊາດໃຫ້ແທດເຫມາະກັບການປະຕິບັດຫນ້າທີ່ວຽກງານຕົວຈິງ.

ທ່ານ ດວງດີ ອຸດທະຈັກ ຜູ້ຕາງຫນ້າຄະນະກຳມະການປັບປຸງກົດຫມາຍວ່າດ້ວຍສະພາແຫ່ງຊາດ ໄດ້ກ່າວໃນຂະນະທີ່ສະເຫນີຮ່າງກົດ
ຫມາຍຕໍ່ກອງປະຊຸມສະໄຫມສາມັນເທື່ອທີ
10 ຂອງສະພາແຫ່ງຊາດຊຸດທີ VI ໃນມື້ວານນີ້ວ່າເພື່ອຮັບປະກັນໃຫ້ສະພາແຫ່ງຊາດ ໄດ້ມີ
ການເຄື່ອນໄຫວຢ່າງຄົບຖ້ວນແລະມີປະສິດທິຜົນຕາມພາລະບົດບາດຂອງຕົນ ສະນັ້ນຕ້ອງມີກົດຫມາຍ ວ່າດ້ວຍສະພາແຫ່ງຊາດເພື່ອ
ກຳນົດເອົາຫລັກການ
, ລະບຽບ,ການຈັດຕັ້ງແລະການເຄື່ອນໄຫວ ເຊິ່ງກົດຫມາຍດັ່ງກ່າວນີ້ເປັນສິ່ງທີ່ຂາດບໍ່ໄດ້ສຳລັບການຈັດຕັ້ງແລະ
ການເຄື່ອນໄຫວຂອງສະພາແຫ່ງຊາດ.

ການປັບປຸງກົດຫມາຍ ວ່າດ້ວຍສະພາແຫ່ງຊາດໃນຄັ້ງນີ້ ເພື່ອເປັນການຍົກສູງພາລະບົດບາດ, ສິດ, ຫນ້າທີ່ຂອງ ສະພາແຫ່ງຊາດ ແລະ
ຄະນະສະມາຊິກປະຈຳເຂດເລືອກຕັ້ງຕ່າງໆແນໃສ່ສ້າງຄວາມເຂັ້ມແຂງ
,ສາມາດເຮັດຫລ້ອນຫນ້າທີ່ການເມືອງຂອງຕົນ,ປະກອບສ່ວນ
ເຮັດໃຫ້ການຄຸ້ມຄອງ ລັດ
,ຄຸ້ມຄອງສັງຄົມມີຜົນສັກສິດສົ່ງຜົນແກ່ການພັດທະນາເສດຖະກິດ-ສັງຄົມຫລາຍດ້ານບັນລຸຕາມຄາດຫມາຍ
ທີ່ວາງໄວ້
; ປັບປຸງຄືນໃຫມ່ໂຄງປະກອບການຈັດຕັ້ງ,ບຸກຄະລາກອນຂອງສະພາແຫ່ງຊາດ ໃຫ້ແທດເຫມາະກັບສະພາບຕົວຈິງ.

ກົດຫມາຍສະບັບປະຈຸບັນປະກອບມີ 12 ຫມວດ, 63 ມາດຕາເຊິ່ງໄດ້ປັບປຸງເພີ່ມເປັນ13 ຫມວດ, 70 ມາດຕາຖືວ່າສະບັບປັບປຸງນີ້ໄດ້
ເພີ່ມເຂົ້າໃຫມ່
1 ຫມວດຄື:  ຫມວດທີ 9 ຄະນະສະມາຊິກສະພາແຫ່ງຊາດເພດຍິງ ໂດຍເພີ່ມເຂົ້າໃຫມ່ໃນ 7 ມາດຕາ ໃນນັ້ນເນື້ອໃນຕົ້ນ
ຕໍທີ່ປັບປຸງແມ່ນສິດ ແລະ ຫນ້າທີ່ຂອງສະພາແຫ່ງຊາດ
, ຂອງກອງປະຊຸມສະໄຫມສາມັນ, ໂຄງປະກອບ ແລະ ງົບປະມານ, ສິດຫນ້າທີ່
ລວມຂອງກຳມາທິການ
, ເລຂາທິການ,ທີ່ຕັ້ງ, ພາລະບົດບາດ, ສິດແລະຫນ້າທີ່ຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກ
ຕັ້ງ.

ນອກຈາກນີ້ກົດຫມາຍສະບັບປັບປຸງຍັງໄດ້ກຳນົດການທຽບເທົ່າຖານະຂອງຫົວຫນ້າ,ຮອງຫົວຫນ້າຄະນະສະມາຊິກສະພາແຫ່ງຊາດ
ປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາແຫ່ງຊາດ ປະຈຳການ ເພື່ອຍົກສູງບົດບາດຂອງ ສະມາຊິກສະພາແຫ່ງຊາດຂຶ້ນຕື່ມ ເຊິ່ງກົດ ຫມາຍສະບັບທຳອິດໄດ້ປະກາດໃຊ້ໃນປີ
1993.

ຂ່າວຈາກ:   ນ.ສ.ພ ປະຊາຊົນ ເສດຖະກິດ-ສັງຄົມ