ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ຊຽງຂວາງ ຮັບຮອງແຜນເສດຖະກິດໃຫ້ຂະຫຍາຍຕົວ 9% ຕໍ່ປີ
ຊຽງຂວາງ ຮັບຮອງແຜນເສດຖະກິດໃຫ້ຂະຫຍາຍຕົວ 9% ຕໍ່ປີ
Time:03/11/2010 08:00
ກອງປະຊຸມຄົບຄະນະພັກແຂວງຊຽງຂວາງຄັ້ງທີ VI ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນທ້າຍອາທິດທີ່ຜ່ານມາ ເຊິ່ງຜົນກອງປະ
ຊຸມໄດ້ເປັນເອກະສັນເລືອກ ສະຫາຍ ສຈ ດຣ. ສົມກົດ ມັງຫນໍ່ເມກ ເປັນເລຂາຄະນະບໍລິຫານງານພັກແຂວງ
, ພ້ອມນັ້ນ ຍັງໄດ້ຮັບຮອງ
ເອົາແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ
2011-2015 ໂດຍຈະສືບຕໍ່ປະຕິບັດໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ ແລະ ຂະຫຍາຍ
ຕົວໃນລະດັບສະເລ່ຍ
9% ຕໍ່ປີຂຶ້ນໄປ.

ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ລາຍງານ ແລະ ຮັບຮອງເອົາຜົນງານເດັ່ນ 5 ປີຜ່ານມາ ເຊິ່ງແຂວງຊຽງຂວາງ ສາມາດສ້າງໃຫ້ ເສດຖະກິດ
ເຕີບໂຕຢ່າງຕໍ່ເນື່ອງ ແລະ ມີຈັງຫວະຫມັ້ນທ່ຽງດ້ວຍອັດຕາຂະຫຍາຍຕົວສະເລ່ຍ
7,8%ຕໍ່ປີເປັນຜົນໃຫ້ລວມຍອດຜະລິດຕະພັນພາຍ
ໃນສະເລ່ຍຕໍ່ຄົນໄດ້
852 ໂດລາສະຫະລັດຕໍ່ປີ, ທຽບໃສ່ແຜນການທີ່ວາງໄວ້ເພີ່ມຂຶ້ນ 98,28% ໂຄງການປະກອບເສດຖະກິດກໍ່ມີການ
ຫັນປ່ຽນຢ່າງຕັ້ງຫນ້າຕາມທິດຫັນເປັນອຸດສາຫະກຳແລະທັນສະໄຫມເທື່ອລະກ້າວເປັນຕົ້ນຂະແຫນງກະສິກຳ-ປ່າໄມ້ກວມ
50,71%
ອຸດສາຫະກຳ 33,03% ແລະ ການບໍລິການກວມ 16,23% ຂອງຈີດີພີ.

ພ້ອມດຽວກັນນັ້ນ ໃນກອງປະຊຸມຍັງໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງແຕ່ປີ 2011-2015 ໂດຍຈະສູ້ຊົນ
ໃຫ້ແຂວງ ຊຽງຂວາງ ສືບຕໍ່ມີຄວາມສະຫງົບທາງດ້ານການເມືອງ-ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍຢ່າງຫນັກແຫນ້ນ
, ເຮັດໃຫ້
ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບກາຍເປັນຂອງທົ່ວປວງຊົນຢ່າງຮອບດ້ານ
,ລວມທັງເນັ້ນສືບຕໍ່ພັດທະນາເສດຖະກິດ
- ສັງຄົມ ໃຫ້ຂະຫຍາຍຕົວດ້ວຍຈັງຫວະ ສະເລ່ຍ 
9% ຕໍ່ປີຂຶ້ນໄປ, ໃນນັ້ນ ຖືເອົາການພັດທະນາເສດຖະກິດເປັນໃຈກາງ, ການລ້ຽງສັດ
ໃຫຍ່ເປັນບຸລິ ມະສິດທີ
1, ການທ່ອງທ່ຽວເປັນບຸລິມະສິດທີ 2, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ ແລະ ຂຸດຄົ້ນປຸງແຕ່ງແຮ່
ທາດຕ່າງໆ ເປັນບຸລິມະສິດທີ
3. ຮອດປີ 2015 ເຮັດໃຫ້ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 1.170 ໂດລາສະຫະລັດຕໍ່ປີ ເພື່ອເປັນຈຸດສຸມໃນ
ການສ້າງໂຄງປະກອບຂອງເສດຖະກິດຕາມທິດຫັນເປັນອຸດສາຫະກຳແລະທັນສະໄຫມ ບົນພື້ນຖານຂຸດຄົ້ນທຸກທ່າແຮງ ແລະ ຄວາມ
ອາດສາມາດບົ່ມ ຊ້ອນຂອງທຸກພາກສ່ວນເສດຖະກິດເຂົ້າໃນການພັດທະນາ
, ເອົາໃຈໃສ່ພັດທະນາພາກສ່ວນເສດຖະກິດຂອງລັດ,ເສດ
ຖະກິດຮ່ວມມືຂອງ ປະຊາຊົນໃຫ້ມີຄວາມເຂັ້ມແຂງ ສາມາດແຂ່ງຂັນໄດ້ຕາມກົນໄກເສດຖະກິດ ພາຍໃຕ້ການນຳພາຂອງ ພັກ
, ການຄຸ້ມ
ຄອງດັດສົມຂອງລັດ.
ຂ່າວຈາກ:   ນ.ສ.ພ ປະຊາຊົນ ເສດຖະກິດ-ສັງຄົມ