ທີມຊາລາວ ຊະນະ ຕີມໍ 6-1
|
| Time:29/10/2010 08:00 |

ທີມຊາດລາວຫລິ້ນໄດ້ດຖເດືອດຊະນະໃຈກອງເຊຍ ນັດສຸດທ້າຍຊະນະທີມຊາດຕີມໍເລສເຕໄປແບບຂາດຮອຍ 6-1 ຄວ້າແຊ໋ມຮອບຄັດ
ເລືອກເຕະບານອາຊຽນ ຊູຊູກິ ຄັບ 2010 ເປັນສະໄຫມທີ 2 ພ້ອມທັງຜ່ານເຂົ້າໄປຫລິ້ນໃນຮອບ 8 ທິມສຸດທ້າຍໄດ້ສຳເລັດ...ຂະນະທີ່
ທິມຊາດຟີລິບປິນ ສະເຫມີທີມຊາດ ກຳປູເຈຍ 0-0 ຜ່ານເຂົ້າຮອບ 8 ທີມເປັນຄັ້ງທຳອິດເຊັ່ນດຽວກັນ. ການແຂ່ງຂັນເຕະບານຊິງແຊ໋ມ
ອາຊຽນ ຊູຊູກິ ຄັບ ຮອບຄັດເລືອດເມື່ອຕອນບ່າຍວັນທີ 26 ຕຸລາຜ່ານມາ ທີ່ສະຫນາມກິລາແຫ່ງຊາດ ຫລັກ 26 ນະຄອນຫລວງວຽງ
ຈັນ ໂດຍເປັນການແຂ່ງຂັນຂອງນັດສຸດທ້າຍທັງ 4 ທິມ ເພື່ອຊອກຫາທິມອັນດັບທີ 1 ແລະ ອັນດັບທີ 2 ຜ່ານເຂົ້າໄປຫລິ້ນຮອບ 8 ທິມ
ໂດຍຄູ່ທຳອິດທິມຊາດກຳປູເຈຍພົບກັບທິມຊາດຟີລິບປິນ ຄູ່ນີ້ບໍ່ສາມາດຍິງປະຕູກັນໄດ້ ຈົບເວລາ 90 ນາທີ ສະເຫມີ 0-0.
ສຳລັບຄູ່ທີ 2 ທິມຊາດລາວພົບຕີມໍເລສເຕ ເຊິ່ງເກມນີ້ທິມຊາດລາວຕ້ອງການເອົາຊະນະຕີມໍເລສເຕຢ່າງຫນ້ອຍ3 ປະຕູຂຶ້ນໄປຂະນະທີ່
ທິມຊາດຕີມໍ ເກມນີ້ຫລິ້ນເພື່ອສັກສີຈະເສຍຫລື ຊະນະກໍ່ບໍ່ມີຜົນທີ່ຈະເຂົ້າຮອບຕໍ່ໄປ.ເລີ່ມແຂ່ງຂັນເຄິ່ງເວລາທຳອິດທິມຊາດລາວກໍ່ເປີດ
ເກມບຸກເຂົ້າໃສ່ຕີມໍ ຫວັງຈະເອົາປະຕູຂຶ້ນນຳກ່ອນຢ່າງໄວວາ ແຕ່ກົງກັນຂ້າມ ກັບກາຍເປັນຕີມໍທີ່ໄດ້ປະຕູຂຶ້ນນຳກ່ອນ 1-0 ໃນນາທີ 8
ຈາກຈັງຫວະໂຕ້ປັບໄວແລະເປັນການຍິງໄກນອກເຂດໂທດອັນງົດງາມຂອງຟີລິບໂດ ຄາໂມ ກອງຫນ້າບານສຽບ3ຫລ່ຽມແສງອາທິດ
ສົມຫວັງ ຜູ້ຮັກສາປະຕູທີມຊາດລາວຫມົດສິດປ້ອງກັນແນວໃດກໍ່ຕາມທິມຊາດລາວກໍ່ກັບມາຕີສະເຫມີຢ່າງທັນທີທັນຄວນຈາກລູກຕັ້ງ
ເຕະເມື່ອ ເຫດສະດາ ສຸກສະຫວັນ ເປີດລູກເຕະມຸມເຂົ້າມາຫນ້າເຂດໂທດກ່ອນທີ່ລຳເນົາ ສິງໂຕ ຈະຂຶ້ນໂຫມ່ງແຕ່ບໍ່ເຕັມຫົວບານຟົ້ງມາ
ເຂົ້າທາງ ໂກວັນ ນາມທະວີໄຊ ກ່ອນທີ່ເຂົາຈະແປໄລຍະເຜົາຂົນບານຕຳຕາຫນ່າງດ້ານໃນພາທິມຊາດລາວຕີສະເຫມີ 1-1ໃນນາທີ 10
ຖັດຈາກນັ້ນມານາທີ16 ກອງເຊຍທິມຊາດລາວກໍ່ໄດ້ເຮອີກຄັ້ງເມື່ອໄກສອນ ສຸຂະວົງ ເກີດລູກເຕະແຈກ່ອນທີ່ ສຸກອຳພອນ ວົງຈຽງຄຳ
ຂຶ້ນໂຫມ່ງໃນຂອບເຂດໂທດໃຫ້ທີມຊາດລາວກັບມາເປັນຝ່າຍໄດ້ປະຕູຂຶ້ນນຳ 2-1 ຫລັງຈາກໄດ້ປະຕູທີ 2 ທິມຊາດລາວເລີ່ມໄດ້ໃຈເປີດ
ເກມບຸກແລກບົດທີມຊາດຕີມໍ ຫວັງຈະເອົາປະຕູທີ3 ໃຫ້ໄດ້ ແລະ ມີໂອກາດຕັ້ງຫລາຍຄັ້ງແຕ່ກໍ່ຍັງບໍ່ສາມາດຍິງປະຕູໄດ້ເຮັດໃຫ້ຈົບເຄິ່ງ
ເວລາທຳອິດທີມຊາດລາວນຳທີມຊາດຕີມໍ ເລສເຕ 2-1. ກັບມາແຂ່ງຂັນກັນໃນເຄິ່ງເວລາທີສອງຫລິ້ນໄປໄດ້ພຽງ 2 ນາທີທິມຊາດລາວ
ກໍ່ໄດ້ຈຸດໂທດ ເມື່ອ ສຸກອຳພອນ ພາບານເຂົ້າໄປໃນເຂດໂທດຫາຈັງຫວະຈະຍິງປະຕູກ່ອນ ອັນເມດາ ບາໂບຊາ ກອງຫລັງທີມຊາດຕີມໍ
ຈະສະກັດບານພາດໄປຖືກຂາ ສຸກອຳພອນ ກ່ອນທີ່ຈະລົ້ມລົງໃນເຂດໂທດກຳມະການຟູງດິນດູງ ຊາວຫວຽດນາມ ເບົ່າໃຫ້ລາວໄດ້ຈຸດ
ໂທດກໍ່ເປັນ ລຳເນົາ ສິງໂຕ ຮັບຫນ້າທີ່ຍິງບໍ່ມີພາດ ທິມຊາດລາວຫນີຫ່າງເປັນ 3-1 ໃນນາທີ 56 ກ່ອນທີ່ ກ້ອນຄຳ ອິນທຳມະວົງ ຈາກ
ສະໂມສອນທະນາຄານກໍ່ໂຊລີລາລາກບານຫລົບກອງຫລັງທິມຊາດຕີມໍ 2-3 ຄົນກ່ອນຈະຍິງປະຕູໃນເຂດໂທດ ຊ່ວຍໃຫ້ທິມຊາດລາວ
ຫນີຫ່າງອອກໄປເປັນ 4-1 ໃນນາທີ 59. ຖັດຈາກນັ້ນມາ ກອງເຊຍທີມຊາດລາວໄດ້ເຮກັນຢ່າງສະນັ່ນຫວັ່ນໄຫວເມື່ອ ກັນລະຍາ ວອລ
ເລເຕັມຂໍ່ໃຫ້ທີມຊາດລາວຂຶ້ນນຳ 5-1 ນາທີ 61 ຫລັງຈາກໄດ້ປະຕູທີ5 ທິມຊາດລາວຍັງບໍ່ຜ່ອນເກມບຸກ ຫວັງຈະຍິງໃຫ້ໄດ້ຫລາຍເພື່ອ
ໄປລຸ້ນລູກໄດ້ລູກເສຍກັບທີມຊາດຟີລິບປິນ. ແນວໃດກໍ່ຕາມນາທີ 77 ເກດສະດາ ສຸກສະຫວັນ ກໍ່ຍິງປະຕູໃຫ້ທິມຊາດລາວນຳຫ່າງ6-1
ຫລັງຈາກນັ້ນເວລາທີ່ເຫລືອທັງສອງທີມບໍ່ສາມາດເຮັດຫຍັງກັນໄດ້ເພີ່ມຈົບ 90 ນາທີທິມຊາດລາວຊະນະທິມຊາດຕິມໍໄປຕາມຄາດ6-1
ສົ່ງຜົນໃຫ້ທິມຊາດລາວມີ 5 ຄະແນນ ຈາກການລົງສະຫນາມ 3 ນັດ ຊະນະ 1 ສະເຫມີ 2 ເທົ່າກັນກັບທິມຊາດຟີລິບປິນ ແລະທິມຊາດ
ກຳປູເຈຍ ແຕ່ລູກເສຍດີກວ່າເລີຍເປັນອັນດັບທີ1ໃນຮອບຄັດເລືອກຕາມເປົ້າຫມາຍທີ່ວາງເອົາໄວ້ແລະສົມໃຈກອງເຊຍຊາວລາວທັງປະ
ເທດ ຂະນະທີ່ທິມຊາດຟີລິບ ເປັນທິມ 2 ສ່ວນກຳປູເຈຍຕົກຮອບ. ສຳລັບທິມຊາດລາວ ຈະໄດ້ໄປເຕະຢູ່ກຸ່ມ A ເຊິ່ງຈະທຳການແຂ່ງຂັນ
ກັນທີ່ປະເທດອິນໂດເນເຊຍ ໂດຍກຸ່ມນີ້ປະກອບມີທີມຊາດອິນໂດເນເຊຍ, ໄທ ແລະ ມາເລເຊຍ, ຂະນະທີ່ທິມຊາດຟີລິບຈະໄດ້ໄປເຕະຢູ່
ກຸ່ມ B ເຊິ່ງປະກອບມີທິມຊາດ ຫວຽດນາມ "ແຊ໋ມເກົ່າ" ເປັນເຈົ້າພາບ, ສິງກະໂປ ແລະ ມຽນມາ, ໂດຍຈະທຳການແຂ່ງຂັນກັນ ໃນລະ
ຫວ່າງວັນທີ 1-29 ທັນວາ 2010.
|
|
ຂ່າວຈາກ:
ນສພ ປະຊາຊົນ
|