ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ໜຶ່ງປີຜ່ານມາການຄ້າຂາຍຊາຍແດນມີທ່າອ່ຽງຫຼຸດລົງ
ໜຶ່ງປີຜ່ານມາການຄ້າຂາຍຊາຍແດນມີທ່າອ່ຽງຫຼຸດລົງ
Time:15/01/2010 10:20

ສະພາບການຄ້າຂາຍຊາຍແດນໄລຍະ 1 ປີຜ່ານມາ ເຫັນວ່າມີຈຳນວນຫຼຸດລົງ ເປັນຕົ້ນຫຼຸດລົງ 11,7% ລາວ - ຫວຽດນາມ ຫຼຸດລົງປະມານ 13%
ແລະ ລາວ-ຈີນ ຫຼຸດລົງ 2,43% ເນື່ອງຈາກການປ່ຽນແປງຂອງເສດຖະກິດໂລກ ເສດຖະກິດພາກພື້ນ ແລະ ການປ່ຽນແປງນະໂຍບາຍດ້ານເສດຖະ
ກິດໃໝ່  ຂອງບາງປະເທດເພື່ອນບ້ານ ອັນໄດ້ສົ່ງຜົນກະທົບເຮັດໃຫ້ສະພາບການຄ້າຂາຍຊາຍແດນມີການປ່ຽນແປງ.
 
ຕາມບົດລາຍງານກອງປະຊຸມເສດຖະກິດ ປະຈຳປີ 2009-2010 ຂອງປະທານອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ
ເມື່ອບໍ່ດົນຜ່ານມານີ້ວ່າ ໄລຍະ 1 ປີຜ່ານມາ ສະພາບການຄ້າຂາຍຊາຍແດນຂອງລາວກັບເພື່ອນບ້ານຫຼຸດລົງ ໂດຍສະເພາະການຄ້າຂາຍຊາຍແດນ
ລາວ -ໄທ ຫຼຸດລົງ 11,7% ຈາກມູນຄ່າການຄ້າຂາຍຊາຍແດນໃນປີ 2008 ຈຳນວນ 120.453 ລ້ານບາດ ມາເປັນ 103.364 ລ້ານບາດ ໃນປີ
2009 ສາເຫດກໍເນື່ອງຈາກກະຊວງພານິດຂອງໄທ ໄດ້ອອກລະບຽບຄວບຄຸມສິນຄ້ານຳເຂົ້າດ້ານກະສິກຳ-ປ່າໄມ້ຄືນໃໝ່ ການຄ້າຂາຍຊາຍແດນ ລາວ
- ຫວຽດນາມ ກໍເຫັນວ່າຫຼຸດລົງເຊັ່ນກັນ ແລະ ຄາດວ່າຈະຫຼຸດລົງປະມານ 13% ຈາກມູນຄ່າການຄ້າຊາຍແດນເດີມ ໃນປີ 2008 ຈຳນວນ 460
ລ້ານໂດລາ ແຕ່ເຖິງ ແນວໃດກໍຕາມ ລັດຖະບານຂອງສອງປະເທດ ກໍພະຍາຍາມເພີ່ມມູນຄ່າການຄ້າຊາຍແດນໃຫ້ບັນລຸ 1 ຕື້ໂດລາ ໃນປີ 2010.
 
ສຳລັບການຄ້າຂາຍຊາຍແດນ ລາວ-ຈີນ ໂດຍສະເພາະແມ່ນການຄ້າຂາຍລະຫວ່າງແຂວງພາກເໜືອຂອງລາວ ແລະ ແຂວງຢູນານຂອງ ສປ ຈີນ
ໃນ 6 ເດືອນຕົ້ນປີ 2009 ເຫັນວ່າຫຼຸດລົງ 2,43% ໃນມູນຄ່າການຄ້າຂາຍຊາຍແດນທັງໝົດ 21.83 ລ້ານໂດລາ ໃນນັ້ນສິນຄ້າສົ່ງອອກມີ 15,15
ລ້ານໂດລາ ທຽບໃສ່ປີ 2008 ຫຼຸດລົງ 11,8% ແລະ ການນຳເຂົ້າມີມູນຄ່າ 66,8 ລ້ານໂດລາ ຫຼ໌ດລົງ 42,8% ສິນຄ້າສົ່ງອອກຫຼັກມີ ແຮ່ທາດ ຜະ
ລິດຕະພັນໄມ້ ແລະ ສິນຄ້າກະສິກຳ ສິນຄ້ານຳເຂົ້າຈາກແຂວງຢຸນນານ ແມ່ນເຄື່ອງໄຟຟ້າ ແຮ່ທາດ ແລະ ເຄື່ອງຕັດຫຍິບ.

ຂ່າວຈາກ:   ນ.ສ.ພ ວຽງຈັນໃຫມ່