ລາວ-ໄທ ຮ່ວມໃຈສົ່ງຊາວມົ້ງລາວ ເຂົ້າເມືອງຜິດກົດໝາຍກັບຖິ່ນເດີມ
|
| Time:11/01/2010 11:00 |
|
ທ່ານ ພົນຈັດຕະວາ ບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ປະທານຄະນະອະນຸກຳມະການຮ່ວມມື ຮັກສາ
ຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປລາວ-ໄທ ຖະແຫຼງຂ່າວຮ່ວມກັບທ່ານພົນເອກ ວໍລະພົງ ສະຫງ່າເນດ ຮອງເສນາທິການ ກອງບັນຊາ
ການທະຫານສູງສຸດ ແລະ ທ່ານພົນໂທ ນິພັດ ທອງເລັກ ເຈົ້າກົມກິດຈະການຊາຍແດນ ທະຫານກອງບັນຊາການ ທະຫານສູງສຸດກອງທັບໄທ ປະ
ທານຄະນະອະນຸກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປໄທ-ລາວ ຕໍ່ສື່ມວນຊົນ ກ່ຽວກັບຜົນສຳເລັດຂອງການຮ່ວມ
ມືລະຫວ່າງລັດຖະບານກອງທັບແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກອງທັບລາຊະອານາຈັກໄທ ໃນການແກ້ໄຂບັນຫາຄົນ
ເຂົ້າເມືອງຜິດກົດໝາຍ ຢູ່ສູນຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ແລະ ຢູ່ດ່ານກວດກາ ຄົນເຂົ້າ-ອອກເມືອງ ແຂວງໜອງຄາຍວ່າ: ຜູ້ເຂົ້າ
ເມືອງຜິດກົດໝາຍ ຂອງປະຊາຊົນເຜົ່າມົ້ງ ຢູ່ປະເທດໄທ ໄດ້ເກີດຂຶ້ນແຕ່ທ້າຍປີ 2003 ຫາຕົ້ນ 2004 ເຖິງປີ 2006 ຍ້ອນມີກຸ່ມຄົນບໍ່ດີຈຳນວນໜຶ່ງ
ໄດ້ໂຄສະນາວ່າ ໃຜຢາກໄປປະເທດທີສາມ ໃຫ້ໂຕນໄປປະເທດໄທ ຈາກສະພາບດັ່ງກ່າວ ຈຶ່ງມີປະຊາຊົນມົ້ງຈຳນວນໜຶ່ງ ໜີຈາກບ້ານເກີດເມືອງ
ນອນຂອງເຂົາເຈົ້າ ໄປປະເທດໄທ ຢ່າງຜິດກົດໝາຍບໍ່ໜ້ອຍ ອັນໄດ້ເຮັດໃຫ້ເຂົາເຈົ້າ ຕົກເຂົ້າໃນຄວາມທຸກຍາກລຳບາກ ແລະ ໄດ້ສ້າງຄວາມຫຍຸ້ງ
ຍາກນາໆປະການ ໃຫ້ແກ່ປະຊາຊົນ ແລະ ເຈົ້າໜ້າທີ່ລັດຖະບານໄທ ທັງໄດ້ເຮັດໃຫ້ລັດຖະບານລາວ ມີຄວາມຫ່ວງໃຍເປັນຢ່າງຍິ່ງ ຍ້ອນລັດຖະບານ
ຂອງທັງສອງປະເທດ ລາວ-ໄທ ໄທ-ລາວ ເຫັນໄດ້ບັນຫາດັ່ງກ່າວ ທັງສອງລັດຖະບານ ຈຶ່ງໄດ້ເຫັນດີຮ່ວມກັນ ແກ້ໄຂບັນຫາມົ້ງຫ້ວຍນ້ຳຂາວ ແລະ
ຢູ່ດ່ານກວດກາຄົນເຂົ້າ-ອອກເມືອງ ແຂວງໜອງຄາຍ ໂດຍມອບໃຫ້ສອງກອງທັບ ລາວ-ໄທ ໄທ-ລາວ ເປັນຜູ້ຈັດຕັ້ງປະຕິບັດ ບົນພື້ນຖານຫຼັກການ
ຮັບ-ສົ່ງຄົນເຂົ້າເມືອງຜິດກົດໝາຍ ລະຫວ່າງສອງປະເທດ ປາສະຈາກການແຊກແຊງຈາກປະເທດທີສາມ ແລະ ບຸກຄົນທີສາມ.
ບົນພື້ນຖານຫຼັກການດັ່ງກ່າວ ນັບແຕ່ວັນທີ 28 ທັນວາ 2006 ເປັນຕົ້ນມາ ທັງສອງຝ່າຍໄດ້ຈັດຕັ້ງສົ່ງມອບ-ຮັບ ຊາວມົ້ງລາວເຂົ້າເມືອງຜິດກົດໝາຍ
ຈາກປະເທດໄທມາແລ້ວ 20 ຄັ້ງ ມີຈຳນວນ 649 ຄອບຄົວ ຈຳນວນພົນ 3.173 ຄົນ ພີ່ນ້ອງເຫຼົ່ານັ້ນ ເມື່ອກັບມາແລ້ວ ກໍໄດ້ຮັບການຕ້ອນຮັບ
ຈາກເຈົ້າໜ້າທີ່ຂອງລັດຖະບານລາວ ແລະ ໄດ້ກັບຄືນເມືອຫາທ້ອງຖິ່ນເດີມ ຈຳນວນໜຶ່ງກໍໄດ້ໄປພັກພາອາໄສຢູ່ບ້ານພັດທະນາ ທີ່ລັດຖະບານເປັນຜູ້
ຈັດສັນໃຫ້ ເຮັດໃຫ້ພີ່ນ້ອງມີເຮືອນຢູ່ ມີເຂົ້າກິນ ມີໄຟຟ້າໃຊ້ ເດັກນ້ອຍໄດ້ຮ່ຳຮຽນໜັງສື ມີແພດໝໍເບິ່ງແຍງໃນຍາມເຈັບເປັນ ແລະ ມີການດຳລົງຊີວິດ
ທີ່ເປັນປົກກະຕິ.
ລະຫວ່າງວັນທີ 28-29 ທັນວາ 2009 ພວກເຮົາໄດ້ຮ່ວມກັນມອບ-ຮັບ ພີ່ນ້ອງເຜົ່າມົ້ງລາວ ເຂົ້າເມືອງຜິດກົດໝາຍ ເປັນຄັ້ງທີ 21 ຊຶ່ງເປັນຄັ້ງສຸດ
ທ້າຍ ມີຈຳນວນພົນທັງໝົດ 4.508 ຄົນ ໃນນັ້ນ ຢູ່ພື້ນທີ່ຄວບຄຸມຊົ່ວຄາວ ຜູ້ລັກລອບເຂົ້າເມືອງຊາວມົ້ງລາວ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງ
ເພັດສະບູນ 4.305 ຄົນ ແລະ ມາຈາກອາຄານຄວບຄຸມຜູ້ຫຼົບໜີເຂົ້າເມືອງ ດ່ານກວດຄົນເຂົ້າອອກເມືອງ ແຂວງໜອງຄາຍ 158 ຄົນ ມາຮອດປັດ
ຈຸບັນ ຝ່າຍໄທ ໄດ້ສົ່ງ-ມອບຊາວມົ້ງລາວ ເຂົ້າເມືອງຜິດກົດໝາຍ ຢູ່ປະເທດໄທ ໃຫ້ແກ່ຝ່າຍລາວທັງໝົດ 21 ຄັ້ງ ມີຈຳນວນພົນທັງໝົດ 7.761 ຄົນ
ຕະຫຼອດໄລຍະການຮ່ວມມື ໃນການຈັດສົ່ງປະຊາຊົນເຂົ້າເມືອງຜິດກົດໝາຍ ກັບຄືນປະເທດ ເຖິງແມ່ນວ່າມີຄວາມຫຍຸ້ງຍາກບາງປະການ ແຕ່ທັງສອງ
ຝ່າຍ ກໍໄດ້ພ້ອມກັນພະຍາຍາມຮ່ວມກັນ ແກ້ໄຂ ແລະ ສາມາດແກ້ໄຂບັນຫາດັ່ງກ່າວ ຈົນປະສົບຜົນສຳເລັດ ສຳລັບຊາວມົ້ງລາວ ທີ່ກັບຄືນປະເທດ ກໍ
ຈະໄດ້ຮັບການປະຕິບັດນະໂຍບາຍມະນຸດສະທຳ ອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເໝືອນດັ່ງຜູ້ທີ່ກັບຄືນມາແລ້ວ ໃນໄລຍະຜ່ານມາ.
ການມອບ-ຮັບຊາວລາວ ເຂົ້າເມືອງຜິດກົດໝາຍ ຢູ່ສູນຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ແລະ ດ່ານກວດກາຄົນເຂົ້າ-ອອກເມືອງ ແຂວງ
ໜອງຄາຍ ປະເທດໄທ ໄດ້ສຳເລັດແລ້ວ ດັ່ງນັ້ນ ສູນຮັບຕ້ອນຊົ່ວຄາວ ເຜົ່າມົ້ງລາວເຂົ້າເມືອງຜິດກົດໝາຍ ຢູ່ຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັດ
ສະບູນ ຈຶ່ງໄດ້ປິດລົງຢ່າງສິ້ນເຊີງ ນັບແຕ່ວັນທີ 28 ທັນວາ 2009 ເປັນຕົ້ນໄປ ພ້ອມດຽວກັນນີ້ ທັງສອງຝ່າຍ ລາວ-ໄທ ໄທ-ລາວ ກໍຈະສືບຕໍ່ຮ່ວມມື
ກັນ ແກ້ໄຂຈັດສົ່ງຄົນເຂົ້າເມືອງຜິດກົດໝາຍ ຈຳນວນທີ່ຍັງເຫຼືອຢູ່ປະເທດໄທ ໃຫ້ແກ່ຝ່າຍລາວ ຝ່າຍລາວ ຈະສືບຕໍ່ສຶກສາອົບຮົມ ປະຊາຊົນຂອງຕົນ
ໃຫ້ມີຄວາມຮັບຮູ້ ເຖິງກົນອຸບາຍ ຕົວະຍົວະ ຫຼອກລວງ ຂອງກຸ່ມຄົນບໍ່ດີ ໃຫ້ແກ່ປະຊາຊົນລາວ ແລະ ຝ່າຍໄທ ກໍຈະເພີ່ມທະວີ ມາດຕະການກວດກາ
ຄົນເຂົ້າເມືອງຜິດກົດໝາຍ ແລະ ຖ້າຫາກພົບເຫັນ ກໍຈະຈັດສົ່ງໃຫ້ຝ່າຍລາວທັນທີ.
ຜົນສຳເລັດດັ່ງກ່າວນີ້ ແມ່ນມາຈາກການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບລາຊະອານາຈັກໄທ ໂດຍສະ
ເພາະແມ່ນ ການຮ່ວມມືທີ່ດີລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບລາຊະອານາຈັກໄທ ຊຶ່ງໄດ້ຮ່ວມກັນຢ່າງຕັ້ງໜ້າ ແລະ ຈິງໃຈ ສະເໝີຕົ້ນ
ສະເໝີປາຍ ເປັນການປະກອບສ່ວນເຂົ້າ ໃນການເສີມສ້າງສາຍພົວພັນການຮ່ວມມື ລະຫວ່າງ ລາວ-ໄທ ແລະ ໄທ-ລາວ ໃຫ້ນັບມື້ນັບດີຂຶ້ນ.
|
|
ຂ່າວຈາກ:
ນ.ສ.ພ ວຽງຈັນໃຫມ່
|