|
ທະນາຄານພັດທະນາອາຊີ (ADB) ເປີດສູນຂໍ້ມູນຂ່າວສານຢ່າງເປັນທາງການ ເມື່ອວັນທີ 9 ກັນຍາ 2009 ທີ່ຫ້ອງການ
ທະນາຄານພັດທະນາອາຊີປະຈຳລາວ ນະຄອນຫຼວງວຽງຈັນ ເຊິ່ງມີທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈຳສຳນັກ
ງານນາຍົກລັດຖະມົນຕີ, ຫົວໜ້າທະບວງການປົກຄອງ ແລະ ຄຸ້ມຄອງລັດຖະກອນ, ທ່ານ ອາຈູນ ທາປັນ ຫົວໜ້າກົມອາຊີຕາ
ເວັນອອກສ່ຽງໃຕ້ ທະນາຄານພັດທະນາອາຊີ, ມີຜູ້ຕາງໜ້າທະນາຄານພັດທະນາ ອາຊີປະຈຳລາວ, ທູດກຳປູເຈຍ ປະຈຳລາວ
ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໃນການກ່າວເປີດຂອງ ທ່ານ ທາປັນ ໄດ້ຍົກໃຫ້ເຫັນວ່າ ສູນຂໍ້ມູນຂ່າວສານແມ່ນ ນອນຢູ່ໃນ
ແຜນງານພະນົມເປັນ, ແມ່ນສູນລວບລວມ ເອກະສານຄວາມຮູ້ຕ່າງໆກ່ຽວກັບອະນຸພາກພື້ນແມ່ນ້ຳຂອງ ແລະ ເອກະສານກ່ຽວ
ກັບກິດຈະກຳຕ່າງໆ ຂອງທະນາຄານ ເອດີບີ ປະຈຳລາວ ທີ່ຈະອຳນວຍຄວາມສະດວກທຸກອົງກອນທັງພາກລັດ ແລະ ເອກະ
ຊົນທີ່ສົນໃຈສຶກສາຄົ້ນຄວ້າກໍ່ເຂົ້າມາໃຊ້ບໍລິການໄດ້ໃນ ວັນເວລາລັດຖະການ. ສຳລັບທ່ານລັດຖະມົນຕີປະຈຳສຳນັກງານນາຍົກ
ລັດຖະມົນຕີກໍ່ມີຄຳເຫັນວ່າ: ມັນແມ່ນເຫດການທີ່ສຳຄັນຕໍ່ການຮ່ວມມື ລະຫວ່າງທະນາຄານພັດທະນາອາຊີ ແລະ ລັດຖະບານ
ລາວ ແລະ ສະແດງໃຫ້ເຫັນຄວາມກ້າວໜ້າຢ່າງກະໂດດຂັ້ນ ໃນການເຂົ້າເຖິງຂໍ້ມູນຂ່າວສານ ຊຶ່ງຈະເຮັດໃຫ້ນັກຄົ້ນຄວ້າປັນຍາ
ຊົນມີຄວາມເຂົ້າໃຈຂຶ້ນຕື່ມກ່ຽວກັບການ ພັດທະນາ ແລະ ສິ່ງທ້າທາຍຕ່າງໆທີ່ພວມປະເຊີນໜ້າໃນພາກພື້ນ. ພ້ອມທັງເປັນການ
ຊຸກຍູ້ໃຫ້ແກ່ການຮ່ວມມືກັບບັນດາປະເທດຕ່າງໆໃນພາກພື້ນ. ນອກຈາກນັ້ນ, ການເຂົ້າເຖິງຂໍ້ມູນຂ່າວສານຈາກການໃຊ້ບໍລິການ
ໃນສູນແຫ່ງນີ້ກໍ່ຈະເປັນການຍົກລະດັບຄວາມຮູ້ ຄວາມສາມາດເພື່ອເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ການປະຕິບັດງານຂອງທຸກ
ພາກສ່ວນໃນ ສປປ ລາວ.
|