|
ການພິທີມອບ -ຮັບ ແລະ ເປີດບ້ານຊີເກມຄັ້ງທີ 25 ປີ 2009 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 2 ກັນຍາ 2009
ນີ້ ທີ່ບ້ານດັ່ງກ່າວເຊິ່ງຕັ້ງຢູ່ໃນບໍລິເວນ ມະຫາວິທະຍາໄລ ແຫ່ງຊາດ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີມີທ່ານ
ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການຮ່ວມມືລາວ ຫວຽດ
ນາມ ທັງເປັນປະທານ ຄະນະກຳມະທິການຈັດງານແຂ່ງຂັນ ມະຫາກຳກິລາຊີເກມ ຄັ້ງທີ 25 ປີ 2009, ທ່ານ ຫງວຽນທຽນ
ເຍິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕວ່າການກະຊວງສຶກສາທິການ ແລະ ອົບຮົມກໍ່ສ້າງແຫ່ງ ສສ ຫວຽດນາມ, ບັນດາ
ການນຳພັກ - ລັດລາວ ແລະ ຫວຽດນາມພ້ອມແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຕະຫຼອດນັກສຶກສາ ມະຫາວິທະຍາໄລ
ແຫ່ງຊາດເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີ ທ່ານ ດວານຫງວຽນດຶກ ປະທານສະພາບໍລິຫານ ບໍລິສັດ ຫຸ້ນສ່ວນຮວ່າງແອງຢາ
ລາຍ ໄດ້ກ່າວລາຍງານຜົນສຳເລັດຂອງການກໍ່ສ້າງໂຄງການບ້ານຊີເກມວ່າ: ໂຄງການໜຶ່ງທີ່ຮັບການອຸປະຖຳ ແລະ ຊ່ວຍເຫຼືອ
ຈາກບໍລິສັດຫຸ້ນສ່ວນ ຮວາງແອງຢາລາຍ ສສ ຫວຽດນາມໃຫ້ແກ່ລັດຖະບານລາວຈຳນວນ 19 ລ້ານໂດລາສະຫະລັດ, ໃນນັ້ນ
4 ລ້ານໂດລາສະຫະລັດແມ່ນ ຊ່ວຍເຫຼືອລ້າ ແລະ 15 ລ້ານໂດລາສະຫະລັດ ແມ່ນໃຫ້ກູ້ຢືມໂດຍບໍ່ມີດອກເບັ້ຍໃນໄລຍະເວລາ
3 ປີ ເພື່ອລົງທຶນກໍ່ສ້າງບ້ານຊີເກມຄັ້ງທີ 25 ເພື່ອຕ້ອນຮັບມະຫາກຳກິລາ ທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ໂຄງການ
ດັ່ງກ່າວ ດຳເນີນການກໍ່ສ້າງຢ່າງເປັນທາງການໃນວັນທີ 12 ກໍລະກົດ ປີ 2008 ເຊິ່ງມີເນື້ອທີ່ 37.000 ຕາແມັດຕາມແຜນຜັງ
ກໍ່ສ້າງມີເນື້ອທີ່ທັງຫມົດແມ່ນ 42.000 ຕາແມັດລວມມີອາຄານ 8 ຫຼັງສູງ 4 ຊັ້ນໃນນັ້ນມີອາຄານອາຫານ 1 ຫຼັງ ສາມາດຮັບ
ຄົນໄດ້ ເຖິງ 1.500 ຄົນ, ມີຫ້ອງພັກໃຫ້ແກ່ນັກກິລາຕາມມາດຕະຖານສາກົນ ປະມານ 1.000 ກ່ວາຫ້ອງບັນຈຸນັກກິລາໄດ້ເຖິງ
4.000 ຄົນ, ນອກນີ້ຍັງມີຫ້ອງປະຊຸມ, ເຮືອນອາຫານທີ່ທັນສະໄໝສູນຂໍ້ມູນຂ່າວສານ ແລະ ອື່ນໆ ຄົບວົງຈອນພາຍຫຼັງສຳເລັດ
ກິລາຊີເກມຄັ້ງທີ 25 ແລ້ວໂຄງການນີ້ ຈະໄດ້ສ້າງເປັນຫໍພັກນັກສຶກສາ ເຊິ່ງບັນຈຸໄດ້ປະມານ 8.000 ຄົນ. ຫຼັງຈາກລາຍງານ
ຜົນສຳເລັດຂອງໂຄງການແລ້ວ ທ່ານປະທານສະພາບໍລິຫານບໍລິສັດ ຮ່ວາງແອງຢາລາຍ ໄດ້ມອບກຸນແຈບ້ານຊີເກມໃຫ້ລັດຖະ
ບານລາວ ໂດຍແມ່ນທ່ານ ດຣ. ພູທອງ ແສງອາຄົມ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານຄະນະກຳມະ
ການກິລາ -ກາຍະກຳແຫ່ງຊາດ ທັງເປັນຮອງປະທານຄະນະກຳມະການ ຈັດງານມະຫາກຳກິລາຊີເກມຄັ້ງທີ 25 ປີ 2009 ຂື້ນ
ຮັບພ້ອມທັງກ່າວສະແດງຄວາມຂອບອົກຂອບໃຈ ຕໍ່ລັດຖະບານປະຊາຊົນຫວຽດນາມ ແລະ ບໍລິສັດ ຫຸ້ນສ່ວນ ຮວ່າງແອງຢາ
ລາຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ລົງທຶນກໍ່ສ້າງບ້ານຊີເກມຄັ້ງນີ້. ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ
ເລັ່ງສະຫວັດ ໄດ້ກ່າວຄຳປາໄສ ແລະ ເປີດບ້ານຊີເກມຢ່າງເປັນທາງການ ເຊິ່ງມີບາງຕອນສຳຄັນທ່ານກ່າວວ່າ: ດັ່ງທີ່ບັນດາສະ
ຫາຍໄດ້ຮູ້ດີແລ້ວວ່າ: ໃນເດືອນທັນວາປີ 2009 ນີ້ ສປປ ລາວຈະໄດ້ຮັບກຽດເປັນເຈົ້າພາບຈັດງານມະຫາກຳກິລາຊີເກມ ຄັ້ງທີ
25 ເຊິ່ງເປັນຄັ້ງທຳອິດທີ່ ສປປ ລາວໄດ້ເປັນເຈົ້າພາບງານມະຫາກຳກິລາ ລະດັບພາກພື້ນອັນໃຫຍ່ໂຕຄືແນວນີ້, ເພື່ອເຮັດຫຼ້ອນ
ຄວາມຮັບຜິດຊອບດັ່ງກ່າວ ດ້ານໜຶ່ງລັດຖະບານ ສປປ ລາວ ໄດ້ສຸມທຸກຄວາມພະຍາຍາມເຂົ້າໃສ່ ການກໍ່ສ້າງທີ່ຈຳເປັນທັງລະ
ດົມທຸກພາກສ່ວນເສດຖະກິດພາຍໃນປະເທດເຂົ້າຮ່ວມ. ອີກດ້ານໜຶ່ງພວກຂ້າພະເຈົ້າກໍ່ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ
ບັນດາປະເທດ ແລະ ບັນດາບໍລິສັດ ຂອງປະເທດອ້າຍນ້ອງເພື່ອນມິດ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍດ້ານສະ
ເພາະ ສສ ຫວຽດນາມ, ແມ່ນໄດ້ຊ່ວຍສ້າງສູນຝຶກກິລາແຫ່ງຊາດລາວ ຊຶ່ງໄດ້ຈັດພິທີມອບ - ຮອບແລ້ວໃນຕົ້ນປີນີ້ ພ້ອມກັນ
ນັ້ນ ສສ ຫວຽດນາມ ກໍ່ໄດ້ໃຫ້ການຊ່ວຍເຫຼືອພວກຂ້າພະເຈົ້າ ໃນດ້ານຕ່າງໆທີ່ກ່ຽວຂ້ອງເຖິງການຈັດງານມະຫາກຳກິລາຄັ້ງນີ້
ອັນເປັນພິເສດແມ່ນທ່ານ ດວານຫງວຽດດຶກ, ປະທານບໍລິສັດ ຮວ່າງແອງຢາລາຍໄດ້ຕົກລົງໃຫ້ການຊ່ວຍເຫຼືອລ້າ 4 ລ້ານໂດ
ລາສະຫະລັດ ໂດຍບໍ່ມີດອກເບ້ຍ ແລະ ໃຊ້ແທນຄືນພາຍໃນ 3 ປີເພື່ອໃຫ້ ສປປ ລາວ ມີສະຖານທີ່ຮອບນັກກິລາປະເທດອາ
ຊຽນ ແລະ ຕີມໍແລັດເຕ ທີ່ມາເຂົ້າຮ່ວມມະຫາກຳກິລາຊີເກມຄັ້ງທີ 25 ໃນວຽກງານດັ່ງກ່າວກໍ່ໄດ້ຮັບການສະໜັບສະໜູນຢ່າງ
ແຂງແຮງ ແລະ ທັນການຈາກທະນາຄານລົງທຶນ ແລະ ພັດທະນາຫວຽດນາມໂດຍມີທ່ານ ເຈິນບັກຮາເປັນປະທານສະພາບໍລິ
ຫານ ສາມາດເວົ້າໄດ້ວ່າ: ໂຄງການນີ້ແມ່ນເປັນຕົວແທນອັນໃສແຈ້ງອັນໜຶ່ງ ແຫ່ງການຮ່ວມມືລະຫວ່າງລັດຖະບານລາວ ກັບ
ພາກສ່ວນທຸລະກິດຂອງຫວຽດນາມໃນໄລຍະໃໝ່. ນອກຈາກນີ້, ບໍລິສັດ ຮວາງແອງຢາລາຍ ຍັງໄດ້ຊ່ວຍເຫຼືອເຝິກນັກກິລາເຕະ
ບານທິມຊາດລາວທັງຊາຍ ແລະ ຍິງຢູ່ທີ່ຝຶກປະເລກູໂດຍບໍລິສັດຮັບພາລະຄ່າໃຊ້ຈ່າຍທັງໝົດ. ຂໍຖືໂອກາດອັນສະຫງ່າລາສີນີ້,
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າກໍ່ຄືຄະນະກຳມະການຈັດງານຊີເກມຄັ້ງທີ 25 ສະແດງຄວາມຂອບອົກ
ຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ພິເສດແມ່ນ
ບໍລິສັດ ຫຸ້ນສ່ວນ ຮ່ວາງແອງຢາລາຍ ແລະ ທະນາຄານລົງທຶນ ແລະ ພັດທະນາຫວຽດນາມທີ່ມີນໍ້າໃຈເອື້ອຍເຟື້ອເພື່ອແຜ່ອັນ
ສູງສົ່ງບົນຈິດໃຈແຫ່ງການເສີມຂະຫຍາຍມູນເຊື້ອ ແຫ່ງການພົວພັນສາມັກຄີພິເສດລາວ -ຫວຽດນາມ ທີ່ໄດ້ມີມາຫຼາຍສີບປີແລ້ວ
ເຮັດໃຫ້ໂຄງການບ້ານຊີເກມ ໄດ້ຮັບການກໍ່ສ້າງສຳເລັດຜົນຕາມກຳນົດເວລາທີ່ວາງໄວ້ ແລະ ດ້ວຍຄຸນນະພາບດີ, ພ້ອມດຽວກັນ
ນີ້, ຂ້າພະເຈົ້າກໍ່ຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ມາຍັງບັນດາຂະແໜງການສູນກາງທີ່ກ່ຽວຂ້ອງ ແລະ ອຳນາດການ
ປົກຄອງນະຄອນຫຼວງວຽງຈັນກໍ່ຄືບໍລິສັດທີ່ປຶກສາທິມງານ ແລະ ກຳມະກອນທຸກຄົນທັງລາວ ແລະ ຫວຽດນາມທີ່ໄດ້ທຸ່ມເທເຫື່ອ
ແຮງເຂົ້າໃສ່ການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ. ໃນອີກບໍ່ດົນ, ສະຖານທີ່ດັ່ງກ່າວນີ້ຈະໄດ້ເປີດບໍລິການຮັບໃຊ້ບູລະ
ນະນັກກິລາຈາກບັນດາປະເທດສະມາຊິກອາຊຽນ ແລະ ຕີມໍແລັສເຕ ທີ່ຈະເດີນທາງເຂົ້າມາຮ່ວມງານມະຫາກຳກິລາຊີເກມຄັ້ງທີ
25 ທີ່ ສປປ ລາວ ເຮົາເປັນເຈົ້າພາບ. ດັ່ງນັ້ນຂ້າພະເຈົ້າຈຶ່ງມີຄວາມຫວັງ ແລະ ເຊື່ອຫມັ້ນວ່າບໍລິສັດຮວາງແອງຢາລາຍຈະສືບ
ຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບຄະນະຮັບຜິດຊອບບ້ານຊີເກມນີ້ເພື່ອປົກປັກຮັກສາຕຶກອາຄານ ແລະ ສິ່ງອຳນວຍຄວາມສະດວກ
ໃຫ້ຢູ່ໃນສະພາບທີ່ດີ ແນໃສ່ໃຫ້ບໍລິການຢ່າງດີເລີດແກ່ຄະນະນຳພາກໍ່ຄືນັກກິລາທີ່ມາພັກເຊົາຢູ່ໃນບ້ານຊີເກມນີ້ໃຫ້ໄດ້ຮັບຄວາມ
ສະດວກສະບາຍ ມີຄວາມປະທັບໃຈທຸກປະການ. ອີກເທື່ອຫນຶ່ງ, ເນື່ອງໃນໂອກາດລະນຶກວັນຊາດ ສສ ຫວຽດນາມຄົບຮອບ
64 ປີ (2/9/1945-2/9/2009) , ຂ້າພະເຈົ້າຂໍອວຍພອນແດ່ປະຊາຊົນຫວຽດນາມ ອ້າຍນ້ອງພາຍໃຕ້ການນຳພາອັນສະຫຼາດ
ສ່ອງໃສຂອງພັກກອມມູນິດຫວຽດນາມ ອັນມີສະຫາຍເລຂາທິການໃຫຍ່ນົງດຶກແມັດ ທີ່ເຄົາລົບຮັກເປັນເລຂາທິການໃຫຍ່ ຈົ່ງສືບ
ຕໍ່ນຳເອົາປະເທດຊາດຫວຽດນາມກ້າວຂື້ນຢ່າງຫນັກແຫນ້ນດ້ວຍຜົນສຳເລັດອັນໃຫຍ່ຫຼວງຂື້ນເລື້ອຍໆ ຕາມຈຸດໝາຍປາຍທາງທີ່
ໄດ້ກຳນົດໄວ້. ຂໍອວຍພອນໃຫ້ບັນດາສະຫາຍແຂກຜູ້ມີກຽດທັງຫຼາຍ ຈົ່ງມີສຸກຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ
ແລະ ໃນຄອບຄົວ ແລະ ໄດ້ຮັບຜົນສຳເລັດໃນຫນ້າທີ່ທຸກປະການ. ໃນນາມຄະນະກຳມະການຈັດງານຊີເກມຄັ້ງທີ 25, ຂ້າພະ
ເຈົ້າຂໍປະກາດເປີດພິທີມອບ - ຮັບບ້ານຊີເກມແຫ່ງນີ້ຢ່າງເປັນທາງການນັບແຕ່ວິນາທີນີ້ເປັນຕົ້ນໄປ. ພ້ອມດຽວກັນນີ້ , ທ່ານ
ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຕາງຫນ້າໃຫ້ລັດຖະບານລາວມອບຫຼຽນພັດທະນາຊັ້ນ I ໃຫ້ແກ່ບໍລິສັດ ຫຸ້ນສ່ວນຮວ່າງແອງ
ຢາລາຍ ໂດຍແມ່ນປະທານສະພາບໍລິຫານບໍລິສັດດັ່ງກ່າວຂື້ນຮັບ. ພ້ອມກັນນັ້ນທ່ານຜູ້ປະຈຳການລັດຖະບານໄດ້ຮ່ວມກັບບັນ
ດາແຂກທີ່ເຂົ້າຮ່ວມໃນພິທີຕັດແຖບຜ້າເພື່ອເປິດການນຳໃຊ້ບ້ານຊີເກມຄັ້ງທີ 25 ຢ່າງເປັນທາງການ.
|