|
ສິ່ງທີ່ທ້າທາຍສຳລັບວຽກງານການເຈລະຈາເຂົ້າເປັນສະມາຊິກ ຂອງອົງການໆຄ້າໂລກ (WTO) ແມ່ນການປັບປຸງນິຕິກຳ
ພາຍໃນໃຫ້ສອດຄ່ອງກັບອົງການໆຄ້າໂລກ ໂດຍສະເພາະແມ່ນຮັບປະກັນດ້ານຄວາມປອດໃສຂອງນິຕິກຳ ແລະ ປະສິດທິຜົນ
ໃນການຈັດຕັ້ງປະຕິບັດ.
ສຳມະນາກ່ຽວກັບສັນຍາວ່າດ້ວຍການຖົມຂຸມ ແລະ ມາດຕະການຕອບໂຕ້ກັບ SCM ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ
2009 ທີ່ໂຮງແຮມລາວພລາຊາ ໂດຍການເຂົ້າຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີຊ່ວຍວ່າການກະຊວງອຸດ
ສາຫະກຳ ແລະ ການຄ້າ ທ່ານ ພີເຕີ ເຮມອນ (Peter Haymond) ຮັກສາການເອກອັກຄະລັດຖະທູດສະຫະລັດອາເມລິກາ
ປະຈຳ ສປປ ລາວ ພ້ອມດ້ວຍບັນດານັກວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ເຂັມມະນີ ພົນເສນາ ກ່າວຈຸດປະສົງຂອງການສຳມະນາຄັ້ງນີ້ວ່າ: ແມ່ນເພື່ອສ້າງຄວາມເຂົ້າໃຈຕໍ່ກັບ ພັນທະ
ສັນຍາ SCM ພ້ອມທັງເປັນການກະກຽມຮ່າງແຈ້ງການ SCM ຂອງ ສປປ ລາວ ແລະ ໄດ້ຮັບຟັງການລາຍງານກ່ຽວກັບ
ຄວາມຄືບໜ້າ ໃນການເຈລະຈາເຂົ້າເປັນສະມາຊິກ ອົງການໆຄ້າໂລກຂອງ ສປປ ລາວ ໂດຍສະເພາະແມ່ນຜົນສຳເລັດຂອງ
ກອງປະຊຸມໜ່ວຍປະຕິບັດງານ ຄັ້ງທີ 5 ທີ່ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2009 ຜ່ານມາ ທີ່ສະວິດເຊີແລນ ແລະ ບາງ
ບັນຫາທີ່ຕິດພັນກັບສັນຍາ SCM ເຊັ່ນການຖົມຂຸມເພື່ອການສົ່ງອອກ ແລະ ການຜະລິດເພື່ອທົດແທນການນຳເຂົ້າ.
ທ່ານຍັງໄດ້ກ່າວອີກວ່າ ສິ່ງທ້າທາຍສຳລັບວຽກງານການເຈລະຈາ ເຂົ້າເປັນສະມາຊິກອົງການໆຄ້າໂລກ ແມ່ນການປັບ
ປຸງນິຕິກຳພາຍໃນ ໃຫ້ສອດຄ່ອງກັບຫຼັກການ ຂອງອົງການໆຄ້າໂລກ ໂດຍສະເພາະແມ່ນຮັບປະກັນດ້ານຄວາມປອດໃສ ຂອງ
ນິຕິກຳ ແລະ ປະສິດຕິຜົນໃນການຈັດຕັ້ງປະຕິບັດ ສະນັ້ນ ຈິ່ງໄດ້ຮຽກຮ້ອງໃຫ້ພາກລັດ ແລະ ທຸລະກິດ ສ້າງຄວາມເຂົ້າໃຈຢ່າງ
ເລິກເຊິ່ງຕໍ່ກັບສັນຍາດັ່ງກ່າວ ໃນຂະນະດຽວກັນ ການປະສານງານຢ່າງກົມກຽວຂອງພາກສ່ວນກ່ຽວຂ້ອງ ແມ່ນມີຄວາມຈຳເປັນ
ທີ່ສຸດ ເພື່ອຄວາມເປັນເອກະພາບໃນທັດສະນະ ແລະ ການຈັດຕັ້ງປະຕິບັດ ຄຽງຄູ່ກັນກໍມີຄວາມເຂົ້າໃຈກ່ຽວກັບສິດ ແລະ ພັນ
ທະຂອງບັນດາປະເທດດ້ອຍພັດທະນາ ໃນຂະບວນການເຂົ້າເປັນສະມາຊິກອົງການໆຄ້າໂລກ ສຳລັບ ການຖົມຂຸມເພື່ອການສົ່ງ
ອອກ ແລະ ການຜະລິດ ເພື່ອທົດແທນການນຳເຂົ້າ ຖືວ່າເປັນໜຶ່ງໃນປັດໄຈສຳຄັນ ຂອງການພັດທະນາເສດຖະກິດຂອງ ສປປ
ລາວ ແລະ ການສ້າງຄວາມພ້ອມພາຍໃນ ເພື່ອຮັບຮອງກັບພັນທະຂອງສັນຍາ SCM ເຊິ່ງຕາມມາດຕະການດັ່ງກ່າວແລ້ວ ຈະ
ໄດ້ພິຈາລະນາເຖິງຄວາມສອດຄ່ອງ ກັບສັນຍາດັ່ງກ່າວເຊັ່ນ: ໃນກົດໝາຍສົ່ງເສີມການລົງທຶນ ເຂດເສດຖະກິດພິເສດ ແລະ
ເຂດການຄ້າຊາຍແດນ ໃນຖານະທີ່ ສປປ ລາວ ເຮົາເປັນປະເທດດ້ອຍພັດທະນາ ສາມາດນຳໃຊ້ຂໍ້ໂຍະຍານກ່ຽວກັບມາດຕະ
ການຖົມຂຸມ ເພື່ອການສົ່ງອອກພາຍໃຕ້ຂອບນະໂຍບາຍການປະຕິບັດພິເສດ ແລະ ແຕກຕ່າງ.
|