ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ກອງປະຊຸມພົບປະນັກທຸລະກິດລາວ - ຫວຽດນາມ
ກອງປະຊຸມພົບປະນັກທຸລະກິດລາວ - ຫວຽດນາມ
Time:21/08/2009 11:00

                               

   
 
ວັນທີ 18 ສິງຫາ 2009 ທີ່ໂຮງແຮມຣາມາຍານາ ນະຄອນຫລວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງ

ຊາດລາວຮ່ວມກັບ ສະຖານທູດຫວຽດນາມໄດ້ຮ່ວມກັນ ຈັດກອງປະຊຸມພົບປະລະຫວ່າງ ນັກທຸລະກິດລາວກັບ ນັກທຸລະກິດ

ຫວຽດນາມ, ໂດຍການເປັນປະທານຮ່ວມຝ່າຍລາວແມ່ນ ທ່ານ ທອງມີ ພົມວິໄຊ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ

ແລະ ການລົງທຶນທ່ານ ດຣ. ສະນັ່ນ ຈຸນລະມະນີ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ

ຝ່າຍຫວຽດນາມນຳໂດຍທ່ານ ນາງ ເຈືອງ ມີຮວາ ອະດີດຮອງປະທານປະເທດ ສສ ຫວຽດນາມ, ປະທານສະພາອຸປະຖຳມູນ

ນິທິໃຫ້ການຊ່ວຍເຫລືອຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ (ສັງກັດຢູ່ຄະນະກຳມະການ ແຫ່ງລັດກ່ຽວກັບຊາວຫວຽດນາມ

ທີ່ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ) ແລະ ບັນດາແຂກຈາກພາກລັດ, ສະຖານທູດຫວຽດນາມ ແລະ ຄະນະ

ນັກທຸລະກິດຂອງ ສອງປະເທດເຂົ້າຮ່ວມຈຳນວນ 100 ທ່ານ. ຈຸດປະສົງໃນການມາຢ້ຽມຢາມປະເທດລາວຂອງ ທ່ານ ນາງ

ເຈືອງ ມີຮວາ ອະດີດຮອງປະທານປະເທດ ສສ ຫວຽດນາມ ໃນຄັ້ງນີ້ແມ່ນ ເພື່ອມາເພີ່ມທະວີສາຍພົວພັນລະຫວ່າງ ນັກທຸລະ

ກິດຂອງ ສອງປະເທດລວມໄປເຖິງ ການສຶກສາສະພາບການລົງທຶນຂອງ ສປປ ລາວ ແລະ ພ້ອມທັງແລກປ່ຽນທັດສະນະຄະ

ຕິກ່ຽວກັບທ່າແຮງໃນການຮ່ວມມື ທາງດ້ານທຸລະກິດການຄ້າຮ່ວມກັນຂອງສອງປະເທດ ໂດຍສະເພາະແມ່ນດ້ານຂະແຫນງອຸດ

ສາຫະກຳ, ກະສິກຳ ແລະ ການບໍລິການ, ກອງປະຊຸມພົບປະລະຫວ່າງນັກທຸລະກິດລາວ - ຫວຽດນາມ ໃນຄັ້ງນີ້ສອງປະເທດ

ໄດ້ມີເນື້ອໃນ ຈິດໃຈດຽວກັນທີ່ຢາກພັດທະນາ ເສດຖະກິດບ້ານເມືອງ ໂດຍສຸມໃສ່ທາງດ້ານເສດຖະກິດ ການຄ້າ ແລະ ການ

ລົງທຶນຮ່ວມກັນ.

 

 

ຂ່າວຈາກ:   ນສພ ປະຊາຊົນ