ອົງການຈັດຕັ້ງ
ຜູ້ໃຊ້ເຂົ້າສູ່ລະບົບ
ເບີແຈ້ງສຸກເສີນ
ດັບເພີງ 190
ຕຳຫຼວດ 191
ໂຮງໝໍ 195
ນ້ຳປະປາ 196
ໄຟຟ້າ 199
ໄຂ້ຫວັດ 2009 166
ເບີສອບຖາມທົ່ວໄປ 168
ລະບົບ ປະຕູຖານຂໍ້ມູນ ແບບເອເລັກໂຕຼນິກ> ກຽມຈັດແຂ່ງຂັນກິລາລົດຖີບຄັ້ງໃຫຍ່ ໄປທ່ຽວເມືອງມໍລະດົກໂລກ
ກຽມຈັດແຂ່ງຂັນກິລາລົດຖີບຄັ້ງໃຫຍ່ ໄປທ່ຽວເມືອງມໍລະດົກໂລ
Time:20/08/2009 14:15

     ສະຫະພັນກິລາລົດຖີບແຫ່ງຊາດລາວ ໄດ້ຮ່ວມມືກັບອົງການທ່ອງທ່ຽວແຫ່ງຊາດ ແລະ ແຂວງຫຼວງພະບາງກຽມຈັດແຂ່ງ

ຂັນກິລາລົດຖີບຄັ້ງໃຫຍ່ ເພື່ອໄປທ່ອງທ່ຽວ (ເມືອງມໍລະດົກໂລກ) ແຂວງຫຼວງພະບາງ ທ້າຍເດືອນກັນຍານີ້.
     ການຈັດແຂ່ງຂັນລົດຖີບຄັ້ງນີ້ ຈະມີນັກກິລາຈາກ 12 ປະເທດມາເຂົ້າຮ່ວມແຂ່ງຂັນ ຄື: ສປປ ລາວ (ເຈົ້າພາບ) ຫວຽດ

ນາມ ມາເລເຊຍ ອິນໂດເນເຊຍ ສິງກະໂປ ບຣູໄນ ຟິລິບປິນ ໄທ ຍີ່ປຸ່ນ ສ.ເກົາຫຼີ ຝຣັ່ງ ແລະ ອົດສະຕຣາລີ ສະເພາະມື້ແຂ່ງ

ຂັນຕົວຈິງ ວັນທີ 23 ສິງຫາ 2009 ແຂ່ງ ລາຍການຈັບເວລາ 12 ກິໂລແມັດ ຢູ່ນະຄອນຫຼວງວຽງຈັນ ວັນທີ 24-26 ສິງຫາ

ແຂ່ງໄລຍະຍາວ ວຽງຈັນ-ຫຼວງພະບາງ 393,6 ກິໂລແມັດ ແລະ ວັນທີ 27 ສິງຫາ 2009 ແຂ່ງອ້ອມຕົວເມືອງຫຼວງພະບາງ

50 ກິໂລແມັດ.
     ເປົ້າໝາຍຫຼັກ ແມ່ນເປັນການສ້າງກາລະໂອກາດ ໃຫ້ນັກກິລາລົດຖີບທິມຊາດລາວ ຊຸດກຽມຊີເກມ ຄັ້ງທີ 25 ໄດ້ທົດ

ສອບ ແລະ ມີການແລກປ່ຽນບົດຮຽນ ກັບນັກກິລາລົດຖີບໃນລະດັບສາກົນ ອີກດ້ານໜຶ່ງແມ່ນເປັນການສົ່ງເສີມນັກທ່ອງທ່ຽວໃຫ້

ເຂົ້າມາທ່ຽວປະເທດລາວ ເປັນຕົ້ນໃຫ້ໄປທ່ອງທ່ຽວເມືອງມໍລະດົກໂລກ (ຫຼວງພະບາງ) ໃຫ້ຫຼາຍຂຶ້ນກ່ວາເກົ່າ.
     ຂໍ້ມູນດັ່ງກ່າວນີ້ແມ່ນທ່ານ ດຣ. ຄຳແພງ ໄຊສົມແພງ ຮອງເຈົ້າແຂວງຫຼວງພະບາງ ທ່ານ ວິໄລສຸກ ພິມມະສອນປະ

ທານສະຫະພັນກິລາລົດຖີບແຫ່ງຊາດລາວ ໄດ້ອອກມາຖະແຫຼງຂ່າວຕໍ່ສື່ມວນຊົນລາວ ໃນຕົ້ນເດືອນສິງຫາຜ່ານມານີ້ ທີ່ຮ້ານ

ອາຫານຂອບໃຈເດີ ນະຄອນຫຼວງວຽງຈັນ.

 
 

ຂ່າວຈາກ:   ນ.ສ.ພ ວຽງຈັນໃຫມ່